logo

ອົງ​ການ​ພະ​ລັງ​ງານ​ສ​າ​ກົນ ຫຼຸດ​ການຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ນ້ຳ​ມັນ​ບໍ່​ທົ່ວ​ໂລກ​ປີ 2026

2026/2/13 | 09:00:08
(VOVWORLD) - ໃນບົດລາຍງານສະບັບວັນທີ 12 ກຸມພາ, ອົງການພະລັງງານສາກົນ (IEA) ໄດ້ຄາດຄະເນກ່ຽວກັບຄວາມຕ້ອງການນ້ຳມັນບໍ່ທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນ 850.000 ຖັງ ຕໍ່ວັນ, ບັນລຸປະມານ 104,87 ລ້ານຖັງຕໍ່ວັນ.
ສະຖານທີ່ຂຸດຄົ້ນນ້ຳມັນ ຢູ່ໜອງ Maracaibo, ແຂວງ Cabimas, ເວເນຊູເອລາ
(ພາບ: REUTERS/Leonardo Fernandez Viloria)

 ເປັນອັນວ່າ ລະດັບຄາດຄະເນຄວາມຕ້ອງການນ້ຳມັນບໍ່ທົ່ວໂລກໄດ້ຮັບການດັດປັບຕ່ຳກວ່າ 80.000 ຖັງຕໍ່ວັນ ເມື່ອທຽບໃສ່ການຄາດຄະເນທີ່ອົງການດັ່ງກ່າວໄດ້ຍົກອອກມາໃນເດືອນກ່ອນ. ເລື່ອງ IEA ຫຼຸດລະດັບຄາດຄະເນການເຕີບໂຕຄວາມຕ້ອງການທົ່ວໂລກໄດ້ຮັບຖືວ່າ ຍ້ອນຜົນກະທົບຈາກເລື່ອງເພີ່ມລາຄາໄປເຖິງການບໍລິໂພກ.

        ກໍຕາມບົດລາຍງານສະບັບໃໝ່, 8 ປະເທດສະມາຊິກຂອງອົງການບັນດາປະເທດສົ່ງອອກນ້ຳມັນບໍ່ (OPEC) ແລະ ບັນດາຄູ່ຮ່ວມມື (ກຸ່ມ OPEC+) ໄດ້ຍົກປະລິມານການຜະລິດໃນເດືອນມັງກອນ 2026 ຂຶ້ນຕື່ມອີກ 90.000 ຖັງຕໍ່ວັນ, ຂຶ້ນເປັນ 33,18 ລ້ານຖັງຕໍ່ວັນ, ສູງກວ່າປະມານ 310.000 ຖັງຕໍ່ວັນ ເມື່ອທຽບໃສ່ໂຄຕາທີ່ໄດ້ວາງອອກ.

TAG
VOV/VOVworld/ນ້ຳ​ມັນ​ບໍ່/ອົງ​ການ​ພະ​ລັງ​ງານ​ສາ​ກົນ/ກຸ່ມ OPEC+

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ