logo

ອັດ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 42

2021/8/25 | 11:09:30
(VOVWORLD) -ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42 ) ຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 3 ວັນ ດ້ວຍແບບທາງໄກ. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະເຂົ້າຮ່ວມພິທີອັດແບບທາງໄກ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີອັດແບບທາງໄກ (ພາບ: TTXVN)

ກ່າວຄຳເຫັນອັດກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໃຫ້ຮູ້ວ່າ ກອງປະຊຸມສະມັດຊາໃຫຍ່ AIPA 42 ໄດ້ປຶກສາຫາລືຫຼາຍບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດຖະສະພາ, ພິເສດແມ່ນຄຳໝັ້ນສັນຍາຂອງ AIPA ໃນການສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມວັດທະນາຖາວອນລວມໃຫ້ແກ່ພາກພື້ນ. ກອງປະຊຸມສະມັດຊາໃຫຍ່ AIPA 42 ກໍຮັບຮອງເອົາມະຕິຮັບ ລັດຖະສະພາ ຢູແກຼນ ແລະ ປາກິດສະຖານ ເປັນລັດຖະສະພາສັງເກດການ; ເປີດກວ້າງຕາໜ່າງສັງເກດການ, ສ້າງຕາໜ່າງການທູດລັດຖະສະພານັບມື້ນັບກວ້າງຂວາງກວ່າ.

ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42 ເປັນປະທານພິທີອັດ (ພາບ: TTXVN)
ກ່ອນທີ່ພິທີອັດຖືກດຳເນີນ, ສະມັດຊາໃຫຍ່ AIPA ກໍໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 2, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ໄດ້ພ້ອມກັນລົງນາມໃນແຈ້ງການຮ່ວມຂອງ ສະມັດຊາໃຫຍ່ AIPA 42.
TAG
VOV/VOVworld/AIPA 42/ລັດ​ຖະ​ສະ​ພາ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ