logo

ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

2017/8/4 | 10:16:00
(VOVWORLD) - ວັນທີ 4 ສິງຫາ, ຢູ່ຟູ໋ກວ໋ກ ( ແຂວງກຽນຢາງ ), ກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ  “ ພັດທະນາໄວ, ຍືນຍົງ ” ໄດ້ອັດລົງ ພາຍຫຼັງດຳເນີນມາເປັນເວລາ 2 ວັນ.
ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

 

ທີ່ກອງປະຊຸມສຳມະນາບັນດານັກວິທະຍາສາດ ແລະ ຜູ້ແທນຂອງສອງຝ່າຍ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 2 ບົດລາຍງານຂອງຫົວໜ້າຄະນະຜູ້ແທນສອງພັກ ແລະ 10 ຫົວຂໍ້ສະເພາະຂອງບັນດານັກວິທະຍາສາດ ກ່ຽວກັບບັນດາບັນຫາສຳຄັນທີ່ສຸດຂອງການພັດທະນາໄວ, ຍືນຍົງຢູ່ຫວຽດນາມ ແລະ ລາວ. ບັນດາການປະກອບຄຳເຫັນທີ່ກອງປະຊຸມ ກໍ່ໄດ້ເຮັດແຈ້ງບັນດາປັດໃຈຕັດສິນຊີ້ຂາດໃນການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ ແລະ ລົງເລິກໄຈ້ແຍກບັນດາບົດຮຽນ, ພຶດຕິກຳຕົວຈິງຂອງແຕ່ລະປະເທດໃນວິວັດແຫ່ງການພັດທະນາ; ຜ່ານນັ້ນ ເຮັດແຈ້ງບາງບັນຫາທິດສະດີທີ່ຈຳເປັນເຊິ່ງສອງປະເທດມີຄວາມສົນໃຈຕື່ມອີກຄື: ຄວາມໝັ້ນຄົງດ້ານການເມືອງ ແມ່ນປັດໃຈຮັບປະກັນການພັດທະນາແບບຍືນຍົງ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ແກ່ການພັດທະນາໄວ, ຍືນຍົງ; ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນການເຕີບໂຕເສດຖະກິດ ; ພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາ ແລະ ປັບປຸງສະພາບແວດລ້ອມ; ສ້າງສັງຄົມໃຫ້ມີຄວາມສາມັກຄີກົມກຽວ, ປະຊາທິປະໄຕ, ຍຸດຕິທຳ ແລະ ຮຸ່ງເຮືອງສີວິໄລ; ເພີ່ມທະວີແຫຼ່ງກຳລັງເພື່ອພັດທະນາໄວ, ຍືນຍົງ…ພ້ອມກັນນັ້ນ, ບັນດາບົດປະກອບຄຳເຫັນກໍ່ໄດ້ຊີ້ແຈ້ງ ແລະ ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງພັກໃນການນຳພາປະເທດ, ຍົກໃຫ້ເຫັນລັກສະນະນຳໜ້າຂອງພັກໃນວິວັດແຫ່ງການນຳພາພັດທະນາໄວ ແລະ ຍືນຍົງຢູ່ຫວຽດນາມ.

TAG
VOV/VOVworld/ວິ​ທະ​ຍາ​ສາດ/ລາວ/ພັກ​ປະ​ຊາ​ຊົນ/ປະ​ຕິ​ວັດ​ມ ຫວຽດ​ນາມ/ສຳ​ມະ​ນາ/ທິດ​ສະ​ດີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ