logo

ອິດ​ສະ​ຣາ​ແອັນ ບໍ່ຕັ້ງ​ໃຈ​ບຸກ​ໂຈມ​ຕີ ອີ​ຣານ

2026/1/6 | 06:56:34
(VOVWORLD) - ຄະນະຜູ້ແທນຂອງປະເທດນີ້ ໂດຍທ່ານ Asaad Al-Shaibani ລັດຖະມົນຕີການຕ່າງປະເທດນຳໜ້າ ໄດ້ເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອິດສະຣາແອັນ ຢູ່ ຝະລັ່ງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ...

(ພາບ: REUTERS/Ronen Zvulun)

   ວັນທີ 5 ມັງກອນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຂ່າວວ່າ: ໂດຍຜ່ານປະທານາທິບໍດີ ລັດເຊຍ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນໄດ້, ສົ່ງສານສຳຄັນມາຍັງວົງການເຈົ້າໜ້າທີ່ ອີຣານ ວ່າ ປະເທດນີ້ບໍ່ຢາກບຸກໂຈມຕີ ແລະ ເພີ່ມຄວາມເຄັ່ງຕຶງກັບ ອີຣານ. ຕາມວິທະຍຸ Kan ແລ້ວ, ອິດສະຣາແອັນ ວິຕົກວັງວົນວ່າ ເລື່ອງ ອີຣານ ເຊື່ອວ່າຈະຖືກອິດສະຣາແອັນ ບຸກໂຈມຕີ ສະນັ້ນຈຶ່ງມີການຄິດໄລ່ທີ່ພິດພາດ ແລະ ປຸກລະດົມການບຸກໂຈມຕີ ອິດສະຣາແອັນ ກ່ອນ. ວົງການເຈົ້າໜ້າທີ່ ອິດສະຣາແອັນ ຍັງບໍ່ທັນຢັ້ງຢືນຂໍ້ມູນດັ່ງກ່າວເທື່ອ. ແຕ່ເຖິງແນວນັ້ນກໍ່ຕາມ, ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອິດສະຣາແອັນ ເມື່ອວັນທີ 5 ມັງກອນ, ທ່ານນາຍົກລັດຖະມົນຕີ Netanyahu ກ່າວເຕືອນວ່າ ບໍ່ວ່າການບຸກໂຈມຕີໃດຂອງ ອີຣານທີ່ ເລັ່ງໃສ່ ອິດສະຣາແອັນ ກໍ່ຈະຖືກຮັບຜົນຕາມມາຢ່າງຮ້າຍແຮງ.

  ໃນວັນດຽວກັນ, ສຳນັກຂ່າວສານ SANA ຂອງ ຊີຣີ ໃຫ້ຂ່າວວ່າ: ຄະນະຜູ້ແທນຂອງປະເທດນີ້ ໂດຍທ່ານ Asaad Al-Shaibani ລັດຖະມົນຕີການຕ່າງປະເທດນຳໜ້າ ໄດ້ເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອິດສະຣາແອັນ ຢູ່ ຝະລັ່ງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງວ່າດ້ວຍຄວາມໝັ້ນຄົງລະຫວ່າງສອງປະເທດ.

 

 

TAG
VOV/VOVworld/ອິດ​ສະ​ຣາ​ແອັນ ບໍ່ຕັ້ງ​ໃຈ​ບຸກ​ໂຈມ​ຕີ ອີ​ຣານ/ສຳນັກຂ່າວສານ SANA ຂອງ ຊີຣີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ