ດ່ານ Rafah ລະຫວ່າງ ກາຊາ ແລະ ອີຢີບ (ພາບ:VOV) |
ຕາມແຈ້ງການຂອງອົງການປະສານງານບັນດາການເຄື່ອນໄຫວລັດຖະບານຢູ່ບັນດາເຂດດິນແດນ (COGAT), ສັງກັດກະຊວງປ້ອງກັນປະເທດ ອິດສະຣາແອັນ, ຍົກອອກມາໃນວັນທີ 30 ມັງກອນ, ເລື່ອງເຂົ້າອອກເຂດ ກາຊາຜ່ານດ່ານ Rafah ຈະມີການການປະສານສົມທົບຂອງ ອີຢີບ, ພາຍຫຼັງທີ່ ອິດສະຣາແອັນ ດຳເນີນການກວດກາດ້ານຄວາມໝັ້ນຄົງສຳລັບແຕ່ລະສ່ວນບຸກຄົນ ແລະ ພາຍໃຕ້ການຕິດຕາມກວດກາຂອງ ອີຢູ. ແຕ່ເຖິງແນວນັ້ນກໍ່ຕາມ, ເລື່ອງ ປຊຊ ຈາກ ອີຢີບ ໄດ້ກັບຄືນເຂດ ກາຊາ ຈະສະຫງວນໃຫ້ພຽງບັນດາຜູ້ທີ່ໄດ້ອອກຈາກເຂດ ກາຊາ ໃນເວລາເກີດການປະທະກັນເທົ່ານັ້ນ. ຊາວ ປາແລັດສະຕິນ ທຸກຄົນຢາກເຂົ້າອອກເຂດ ກາຊາ ຕ້ອງໄດ້ຮັບການເຫັນດີຈາກ ອີຢີບ ແລະ ອີຢີບ ຈະສົ່ງບັນຊີລາຍຊື່ນີ້ໄປຍັງອົງການປ້ອງກັນຄວາມສະຫງົບພາຍໃນ ອິດສະຣາແອັນ ເພື່ອພິຈາລະນາ. ສຳລັບຜູ້ທີ່ອອກຈາກເຂດ ກາຊາ ໄປ ອີຢີບ, ອິດສະຣາແອັນ ຈະນຳໃຊ້ຊອບແວຮັບຮູ້ໃບໜ້າເພື່ອພິສູດວ່າ ບຸກຄົນເຫຼົ່ານັ້ນມີຊື່ໃນບັນຊີລາຍຊື່ໄດ້ເຫັນດີຫຼືບໍ່ ແລະ ຈະເປີດປະຕູດ່ານຊາຍແດນເພື່ອໃຫ້ເຂົາເຈົ້າອອກໄປ.




