ປີ 2025, ຂະແໜງອຸດສາຫະກຳຜະລິດ, ປຸງແຕ່ງ ເພີ່ມຂຶ້ນປະມານ 10%, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ (ພາບປະກອບ: vneconomy.vn) |
ປີ 2025, ຂະແໜງອຸດສາຫະກຳຜະລິດ, ປຸງແຕ່ງເພີ່ມຂຶ້ນປະມານ 10%, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ (ກວມເອົາເກືອບ 32%). ບັນດາຂົງເຂດປຸງແຕ່ງເລິກ ແລະ ຜະລິດບັນດາຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຢີສູງແມ່ນມີທ່າແຮງ.
ໃນທ່ວງທ່າພັດທະນາລວມ, ປີ 2026 ກໍຄືໃນໄລຍະ 2026 – 2030, ຫວຽດນາມ ວາງຈຸດສຸມຫັນການພັດທະນາຈາກລວງກວ້າງໄປສູ່ລວງເລິກ ດ້ວຍວິທີ ບໍ່ພຽງແຕ່ຍົກສູງຄຸນນະພາບຜະລິດຕະພັນອຸດສາຫະກຳເທົ່ານັ້ນ, ຫາກຍັງຫຼຸດຜ່ອນເອື່ອຍອີງໃສ່ການຜະລິດສິ້ນສ່ວນ, ການປະກອບແບບງ່າຍດາຍ ແລະ ເພີ່ມມູນຄ່າໃນຂະແໜງຜະລິດອີກດ້ວຍ. ທ່ານ ແກັກກວາງດົງ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ບັນລຸເປົ້າໝາຍເຕີບໂຕ GDP ໃນປີນີ້ໃຫ້ໄດ້ແຕ່ 10% ຂືຶ້ນໄປ, ກະຊວງອຸດສາຫະກຳ ແລະ ການຄ້າ ສຸມໃສ່ຍູ້ແຮງ 3 ກຸ່ມມາດຕະການ.
“ທີໜຶ່ງແມ່ນ, ສຸມໃສ່ວຽກງານເສນາທິການປັບປຸງລະບອບລະບຽບການ, ນະໂຍບາຍ, ກົດໝາຍ, ຍຸດທະສາດພັດທະນາຂະແໜງອຸດສາຫະກຳພື້ນຖານ, ປາຍແຫຼມ, ບຸລິມະສິດຈຳນວນໜຶ່ງໃຫ້ສົມບູນ. ທີສອງແມ່ນ, ສືບຕໍ່ເປັນເຈົ້າການຜັນຂະຫຍາຍບັນດານະໂຍບາຍ, ໂຄງການໜູນຊ່ວຍວິສາຫະກິດຢ່າງມີປະສິດທິຜົນ, ຊຸກຍູ້ການນຳເອົາບັນດາໂຄງການຜະລິດອຸດສາຫະກຳໃໝ່ເຂົ້າເຄື່ອນໄຫວເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແລະ ການບໍລິໂພກພາຍໃນປະເທດ. ທີສາມແມ່ນ, ໜູນຊ່ວຍວິສາຫະກິດສືບຕໍ່ຍາດແຍ່ງກາລະໂອກາດຈາກບັນດາໂຄງການລົງທຶນໃຫຍ່ຂອງລັດ”.
ທ່ານ ແກັກກວາງດົງ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ |
ໜຶ່ງໃນບັນດາຍຸດທະສາດຈຸດສຸມຂອງໄລຍະຕໍ່ໄປ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າວາງອອກແມ່ນຊຸກຍູ້ການຫັນເປັນດີຈີຕອນ ແລະ ນະວັດຕະກຳໃນຂະແໜງອຸດສາຫະກໍາປຸງແຕ່ງຢ່າງແຮງ. ທ່ານ ໂຕຮວ່າຍນາມ, ຮອງປະທານສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ, ຖືວ່າ:
“ທິດກ້າວເດີນເພື່ອບັນລຸໄດ້ລະດັບການເຕີບໂຕສອງຕົວເລກແມ່ນຕ້ອງສຸມໃສ່ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ນະວັດຕະກຳ, ອຸດສາຫະກຳເຕັກໂນໂລຢີສູງຢ່າງສະເໝີຕົ້ນສະເໝີປາຍ. ພຽງແຕ່ເຮັດໄດ້ຄືແນວນັ້ນ ຈຶ່ງສາມາດຍົກສູງມູນຄ່າເພີ່ມສູງ ແລະ ຂຸດຄົ້ນໄດ້ທ່າໄດ້ປຽບຂອງຕົນໄດ້”.
ຫຼາຍທ້ອງຖິ່ນກໍພວມຮີບເຮັ່ງຜັນຂະຫຍາຍຍູ້ແຮງການພັດທະນາອຸດສາຫະກຳຜະລິດ, ປຸງແຕ່ງເຕັກໂນໂລຢີສູງຕາມທິດນິເວດ, ຍືນຍົງ, ຫັນຈາກການຜະລິດສິ້ນສ່ວນ, ປະກອບໄປສູ່ການຜະລິດທີ່ມີມູນຄ່າສູງ, ສ້າງພື້ນຖານດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ ແລະ ຊຸກຍູ້ການເຕີບໂຕເສດຖະກິດໄລຍະຍາວ. ແຂວງ ແຄັງຮວ່າ ແມ່ນຕົວຢ່າງໜຶ່ງ. ທ່ານ ເຈິ່ນມິງຈຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ແລະ ເຂດອຸດສາຫະກຳ ແຄັງຮວ່າ ໃຫ້ຮູ້ວ່າ:
“ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາອຸດສາຫະກຳຕາມທິດເຕັກໂນໂລຢີສູງ, ອຸດສາຫະກຳຊີວະພາບ, ສີຂຽວ ແລະ ຍືນຍົງ, ຄະນະຄຸ້ມຄອງ ໄດ້ສ້າງແຜນຮ່າງພັດທະນາໂຄງລ່າງເຕັກນິກ ແລະ ໂຄງລ່າງສັງຄົມຢູ່ເຂດເສດຖະກິດ ແລະ ບັນດາເຂດອຸດສາຫະກຳ ຢ່າງຄົບຊຸດ. ເປົ້າໝາຍແມ່ນຮັບປະກັນເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ພ້ອມທັງຮັບໃຊ້ຄວາມຕ້ອງການຂອງປະຊາຄົມຊຸມຊົນໃຫ້ເປັນຢ່າງດີ. ພັດທະນາອຸດສາຫະກຳຕິດພັນກັບການປົກປັກຮັກສາສິ່ງແວດລ້ອມສີຂຽວ ແລະ ຊີວະພາບ”.
ບັນດາຜະລິດຕະພັນຕຳແຜ່ນຕັດຫຍິບຂອງບໍລິສັດ ຕຳແຜ່ນຕັດຫຍິບ Jasan ຫວຽດນາມ ຈຳກັດ (ພາບ: nhandan.vn) |
ເພື່ອສ້າງພື້ນຖານໃຫ້ແກ່ການເຕີບໂຕອຸດສາຫະກຳໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ພວມສ້າງໂຄງການພັດທະນາອຸດສາຫະກຳໜູນຊ່ວຍໄລຍະ 2026 – 2030, ພ້ອມທັງນຳບັນດາສູນເຕັກນິກທັນສະໄໝເຂົ້າເຄື່ອນໄຫວ ເພື່ອໜູນຊ່ວຍວິສາຫະກິດຍົກສູງຄວາມສາມາດຜະລິດ ແລະ ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ. ທ່ານ ແກັກກວາງດົງ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ:
“ອຸດສາຫະກຳ ມີລັກສະນະພິເສດສະເພາະ ນັ້ນແມ່ນຕ້ອງການແຫຼ່ງທຶນໃຫຍ່ ແລະ ໄລຍະເວລາໝູນວຽນທຶນຍາວ. ດັ່ງນັ້ນ, ຕ້ອງມີບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີປະສິດທິຜົນໃນບັນດາຂົງເຂດພະລັງງານ, ຂຸດຄົ້ນແຮ່ທາດ, ໂຄງລ່າງອຸດສາຫະກຳທີ່ເປັນພື້ນຖານ ຈາກແຫຼ່ງເງິນລົງທຶນຂອງລັດ ຫຼື ການລົງທຶນພາກເອກະຊົນຫຼາຍກວ່າອີກ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາການຜະລິດອຸດສາຫະກຳ, ຈາກນັ້ນ ຈຶ່ງສາມາດຕອບສະໜອງເປົ້າໝາຍການເຕີບໂຕໄດ້”.
ໃນການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ, ອຸດສາຫະກຳຜະລິດ, ປຸງແຕ່ງພວມນັບມື້ນັບຢັ້ງຢືນໄດ້ບົດບົດເປັນກຳລັງໜູນໃຈກາງ. ໃນຕົວຈິງ, ສິນຄ້າສົ່ງອອກຫຼັກແຫຼ່ງຫຼາຍປະເພດຂອງ ຫວຽດນາມ ໃນປັດຈຸບັນ ລ້ວນແຕ່ມາຈາກຂົງເຂດການຜະລິດ, ປຸງແຕ່ງ. ເລື່ອງຂະແໜງອຸດສາຫະກຳນີ້ ພວມໄດ້ຮັບການລົງທຶນຢ່າງຖືກທິດ ຈະແມ່ນກຸນແຈເພື່ອຍົກສູງສະມັດຕະພາບແຮງງານ, ປັບປຸງຄຸນນະພາບຜະລິດຕະພັນ ແລະ ເພີ່ມກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ./.




