(ພາບ: qdnd.vn) |
ວັນທີ 18 ກຸມພາ, ອິນເດຍ ໄດ້ເປັນເຈົ້າພາບຈັດການສວນສະໜາມທາງເຮືອສາກົນ ຢູ່ເຂດຝັ່ງ Visakhapatnam, ລັດ Andhra Pradesh, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ Droupadi Murmu. ເຂົ້າຮ່ວມເຫດການມີຜູ້ຕາງໜ້າຂອງກ່ວາ 70 ປະເທດ ພ້ອມກັບເຮືອຮົບ 71 ລຳ ແລະ ເຮືອບິນ 50 ລຳ, ໃນນັ້ນມີເຮືອຮົບຂອງກອງທັບເຮືອ ອິນເດຍ 45 ລຳ. ຫວຽດນາມ ເຂົ້າຮ່ວມເຫດການດ້ວຍກຳປັ່ນເລກ 17 ຂຶ້ນກັບກອງພັນນ້ອຍ 171 ກອງທັບເຮືອເຂດ 2.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທິບໍດີ Droupadi Murmu ຢືນຢັນວ່າ ການສວນສະໜາມທາງເຮືອສາກົນ 2026 ສະແດງໃຫ້ເຫັນນຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບຊື່ງກັນ ແລະ ກັນ ລະຫວ່າງບັນດາປະເທດ, ຖືກກັບຫົວເລື່ອງ “ສາມັກຄີຂ້າມມະຫາສະຫມຸດ”, ຜ່ອນນັ້ນສົ່ງສານທີ່ວ່າ: ກຳລັງແຣງກອງທັບເຮືອລວມໝູ່ ຈະສາມາດພ້ອມກັນຜ່ານຜ່າສິ່ງທ້າທາຍທຸກປະການ.
ນີ້ແມ່ນຄັ້ງທີ 13 ທີ່ ອິນເດຍ ໄດ້ຈັດການສວນສະໜາມກອງເຮືອຮົບສາກົນນັບແຕ່ວັນໄດ້ຮັບເອກະລາດ ແລະ ແມ່ນເຫດການລະດັບສາກົນຄັ້ງທີ 3.




