logo

ອິນ​ເດຍ ແລະ ຝ​ລັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

2026/2/18 | 07:48:24
(VOVWORLD) -       ວັນທີ 17 ກຸມພາ ຢູ່ Mumbai, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.

  ໃນການຖະແຫຼງການຮ່ວມ, ທ່ານ Narendra Modi ຢັ້ງຢືນວ່າ ອິນເດຍ ແລະ ຝລັ່ງ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ທີ່ມີລັກສະນະຍຸດທະສາດ, ຮອບດ້ານ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບ ແລະ ພັດທະນາຂອງພາກພື້ນກໍຄືທົ່ວໂລກ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ພະລັງງານສະອາດ, ອາວະກາດ, ເຕັກໂນໂລຢີຫາກໍ່ພົ້ນເດັ່ນ ແລະ ນະວັດຕະກຳ, ພ້ອມທັງປຸກລະດົມ “ປີແຫ່ງນະວັດຕະກຳ ອິນເດຍ - ຝລັ່ງ” ກັບບັນດາສູນຄົ້ນຄວ້າ ແລະ ການເຊື່ອມຕໍ່ວິສາຫະກິດ, startup, ນັກສຶກສາ ແລະ ນັກວິທະຍາສາດຂອງສອງປະເທດ.

        ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍໄດ້ເປີດນຳໃຊ້ຕ່ອງໂສ້ປະກອບເຮຶອບິນ ເຮລີກອັບແຕ Airbus H125 ຢູ່ ອິນເດຍ, ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກສາກົນ.

        ການນຳສອງທ່ານກໍຢັ້ງຢືນຄືນຄຳໝັ້ນສັນຍາຕໍ່ກັບລັດທິຫຼາຍຝ່າຍ, ປະຕິຮູບລະບອບລະບຽບການທົ່ວໂລກ, ສັນຕິພາບຢູ່ ຢູແກຼນ, ອາຊີຕາເວັນຕົກ ແລະ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງຕັດສິນໃຈຕ້ານການກໍ່ການຮ້າຍດ້ວຍທຸກວິທີທາງ.

TAG
VOV/VOVworld/ປີ​ແຫ່ງ​ນະ​ວັດ​ຕະ​ກຳ ອິນ​ເດ​ຍ - ຝ​ລັ່ງ/​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ