logo

ອິນ​ໂດ​ເນ​ເຊຍ ຈັດ​ບຸນ​ປີ​ໃໝ່ Luna ​ຄັ້ງ​ທຳ​ອິດ ພ້ອມ​ກັບ​ເທ​ດສະ​ການເດືອນ Ramadan

2026/2/23 | 09:44:58
(VOVWORLD) - ບຸນປີໃໝ່ Luna ຄັ້ງທຳອິດຢູ່ອິນໂດເນເຊຍ ໄດ້ດຳເນີນແຕ່ວັນທີ 17 ກຸມພາ ຫາວັນທີ 3 ມີນາ ປີ 2026 ດ້ວຍຄຳຄວັນທີ່ວ່າ “Harmoni Nusantara” (ຄວາມກົມກຽວ Nusantara). 
ອິນໂດເນເຊຍ ຈັດບຸນປີໃໝ່ Luna ຄັ້ງທຳອິດ ພ້ອມກັບເທດສະການເດືອນ Ramadan (ພາບ: VOV)

ວັນທີ 22 ກຸມພາ, ເປັນຄັ້ງທຳອິດ ລັດຖະບານ ອິນໂດເນເຊຍ ຈັດບຸນປີໃໝ່ Luna ເຊິ່ງໄດ້ສ່ອງແສງໃຫ້ເຫັນຈິດໃຈສາມັກຄີໃນຫຼາຍຮູບແບບ (Bhinneka Tunggal Ika) ທີ່ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ. ໂດຍໄດ້ດຳເນີນກົງກັບເວລາເດືອນ ຂອງຊາວອິດສະລາມ, ລັດຖະບານ ອິນໂດເນເຊຍ ຢາກຊຸກຍູ້ , ໂອບອ້ອມອາລີ, ວັດທະນະທຳທີ່ເປັນຫຼາຍຮູບຫຼາຍສີ ແລະ ຄວາມກົມກຽວລະຫວ່າງບັນດາສາສະໜາ.

ບຸນປີໃໝ່ Luna ຄັ້ງທຳອິດຢູ່ອິນໂດເນເຊຍ ໄດ້ດຳເນີນແຕ່ວັນທີ 17 ກຸມພາ ຫາວັນທີ 3 ມີນາ ປີ 2026 ດ້ວຍຄຳຄວັນທີ່ວ່າ “Harmoni Nusantara” (ຄວາມກົມກຽວ Nusantara). ຍ້ອນວ່າບຸນປີໃໝ່ Luna ໄດ້ຈັດຂຶ້ນກົງກັບເທດສະການເດືອນ Ramadan ດັ່ງນັ້ນວັນບຸນໄດ້ສ້າງສະຖານທີ່ພົບປະແລກປ່ຽນລະຫວ່າງບັນດາວົງຄະນະຍາດຂອງສາສະໜາຕ່າງໆ. ນອກຈາກເຫດການໃໝ່ຢູ່ນະຄອນຫຼວງ ຈາກາຕາ, ບຸນປີໃໝ່ Luna 2026 ກໍ່ໄດ້ຈັດຂຶ້ນຢູ່ຫຼາຍນະຄອນອື່ນໆຢູ່ອິນໂດເນເຊຍອີກດ້ວຍ.

TAG
VOV/VOVworld/ອິນ​ໂດ​ເນ​ເຊຍ/ບຸນ​ປີ​ໃໝ່ Luna/​ເທ​ດສະ​ການເດືອນ Ramadan

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ