logo

ອິນ​ໂດ​ເນ​ເຊຍ ແກ້​ໄຂ​ເຫດ​ດິນ​ເຊາະ​ເຈື່ອນ ເຮັດ​ໃຫ້ 80 ຄົນ​ເສ​ຍຊີ​ວິດ

2026/2/3 | 07:22:42
(VOVWORLD) - ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua,  ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.

ກຳລັງກູ້ໄພກູຊີບພວມຄົ້ນຫາ ຜູ້ປະສົບເຄາະຮ້າຍ (ພາບ: REUTERS/Ajeng Dinar Ulfiana)

ວັນທີ 2 ກຸມພາ, ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດດິນເຊາະເຈື່ອນຢ່າງຮ້າຍແຮງ ທີ່ເກີດຂຶ້ນຢູ່ແຂວງ Java ຕາເວັນຕົກ ໃນວັນທີ 24 ມັງກອນ, ເມື່ອຈຳນວນຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນກ່ວາ 80 ຄົນແລ້ວ. ຜູ້ຮັບຜິດຊອບຫ້ອງການຄົ້ນຫາ ແລະ ກູ້ໄພກູ້ຊີບ  Bandung ໃຫ້ຮູ້ວ່າ ໄລ່ຮອດເວລາ 11 ໂມງ 45 ນາທີຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ບັນດາສົບທີ່ຄົ້ນພົບ ໄດ້ຖືກຍ້າຍອອກຈາກສະຖານທີ່ເກີດເຫດແລ້ວ.ການເຄື່ອນໄຫວຄົ້ນຫາພວມໄດ້ຮັບການຜັນຂະຫຍາຍດ້ວຍວັດຖຸອຸປະກອນທີ່ທັນສະໄໝ ທັງດ້ວຍກຳລັງແຮງຄົນ ຍ້ອນຄວາມສ່ຽງ ດິນເຊາະເຈື່ອນຈະສືບຕໍ່ເກີດຂຶ້ນ. ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua,  ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.


TAG
VOV/VOVworld/ອິນ​ໂດ​ເນ​ເຊຍ/ເຫດ​ດິນ​ເຊາະ​ເຈື່ອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ