logo

ອີ​ຢິບ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຕື່ມ​ອີກ 7.300 ໂຕນ​ເຂົ້າ​ເຂດ ກາ​ຊາ

2026/2/4 | 09:05:20
(VOVWORLD) - ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນແລ້ວ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທັງໝົດທີ່ສະຫງວນໃຫ້ແກ່ ກາຊາ.
ເຄື່ອງຊ່ວຍເຫຼືອຂອງ ອີຢິບ ພວມເຂົ້າໄປຍັງເຂດກາຊາ ຜ່ານດ່ານຊາຍແດນ Rafah (ພາບ: VOV)

ວັນທີ 03 ກຸມພາ, ອົງການຊີກວົງເດືອນແດງຂອງ ອີຢິບ ໄດ້ຂົນສົ່ງທັນຍາຫານ, ແປ້ງເຂົ້າຈີ່, ຢຸກຢາ, ອຸປະກອນການແພດ, ເຊື້ອເພີງ, ຜ້າຫົ່ມ, ຕູບຜ້າບາດ ແລະ ໂສ້ງເສື້ອກັນໜາວຈຳນວນກວ່າ 7.350 ໂຕນ ເຂົ້າໄປຍັງເຂດ ກາຊາ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 130  ຕາມຂໍ້ລິເລີ່ມ “Zad El Izza: ຈາກ ອີຢິບ ໄປຍັງ ກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ 2025.

        ນັບແຕ່ເມື່ອເກີດການຕໍ່ສູ້ຢູ່ເຂດ ກາຊາ ໃນເດືອນຕຸລາ 2023, ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນແລ້ວ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທັງໝົດທີ່ສະຫງວນໃຫ້ແກ່ ກາຊາ. ປັດຈຸບັນ, Cairo ຕັ້ງໜ້າເຂົ້າຮ່ວມຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ກາຊາ ໂດຍ ອາເມລິກາ ສ້າງຕັ້ງ ແລະ ອຸປະຖຳ, ເປັນກາງໄກ່ເກ່ຍລະຫວ່າງບັນດາຝ່າຍ ປາແລັດສະຕິນ ແລະ ຊຸກຍູ້ການປະຕິບັດມາດຕະການສອງລັດ ໃຫ້ແກ່ການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ, ລວມມີການສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ ດ້ວຍເສັ້ນຊາຍແດນ ປີ 1967 ແລະ ມີນະຄອນຫຼວງ ແມ່ນ Jerusalem ຕາເວັນອອກ.

VOV ປະຈຳ ອີຢິບ

TAG
VOV/VOVworld/ຂໍ້ລິເລີ່ມ “Zad El Izza: ຈາກ ອີຢິບ ໄປຍັງ ກາຊາ”/ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ