logo

ອີ​ຢູ ຮັບ​ຮອງ​ເອົາ ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​​​ຍົກ​ເລິກ​ອາຍ​ແກດ​ຂອງ ລັດ​ເຊຍ​ເທື່ອ​ລະ​ກ້າວ ຢ່າງ​ເປັນ​ທາງ​ການ

2026/1/27 | 07:59:00
(VOVWORLD) -  ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະ ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.

    ວັນທີ 26 ມັງກອນ, ສະພາ ອີຢູ ປະກາດວ່າ 27 ປະເທດສະມາຊິກຂອງກຸ່ມ ໄດ້ຮັບຮອງເອົາຂໍ້ດຳນົດສະບັບໜຶ່ງຢ່າງເປັນທາງການ ເພື່ອແນໃສ່ ຍົກເລີກການນຳເຂົ້າອາຍແກັດຈາກ ລັດເຊຍ ເທື່ອລະກ້າວລວມທັງອາຍແກດທີ່ຂົນສົ່ງຜ່ານທໍ່ ແລະ ອາແກັດທຳມະຊາດເຫຼວ (LNG).  ສະພາ ອີຢູ ໃຫ້ຮູ້ວ່າ ຂໍ້ກຳນົດນີ້ແມ່ນຂີດໝາຍສຳຄັນໃນການຫັນບັນດາເປົ້າໝາຍ REPowerEU ໃຫ້ປະກົດຜົນເປັນຈິງ ແນໃສ່ຢຸດຕິການເອື້ອຍອີງຂອງ ອີຢູ ເຂົ້າພະລັງງານຂອງ ລັດເຊຍ. ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະ ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.

 ຄຳສັ່ງເກືອດຫ້າມຈະເລີ່ມມີຜົນສັກສິດພາຍຫຼັງ 6 ອາທິດນັບແຕ່ຂໍ້ກຳນົດມີຜົນສັກສິດ. ຄຳສັ່ງເກືອດຫ້າມສົບບູນ ສຳລັບການນຳເຂົ້າອາຍແກັດ LNG ຈະມີຜົນສັກສິດນັບແຕ່ຕົ້ນປີ 2027 ແລະ ສຳລັບອາຍແກັດນຳເຂົ້າຜ່ານທໍ່ ຈະມີຜົນສັກສິດນັບແຕ່ລະດູໃບໄມ້ຫຼົ່ນປີ 2027.

TAG
VOV/VOVworld/ອີ​ຢູ/ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​​​ຍົກ​ເລິກ​ອາຍ​ແກດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ