logo

ອີຣານ ຕີລາຄາມື້ທຳອິດຂອງການເຈລະຈາກັບ ອາເມລິກາ ຢ່າງຕັ້ງໜ້າ

2026/2/7 | 09:41:41
(VOVWORLD) - ຕອນຄ່ຳວັນທີ 06 ກຸມພາ, ລັດຖະມົນຕີການຕ່າງປະເທດ ອີຣານ ຢືນຢັນວ່າ ບັນດາການເຈລະຈາກັບຜູ້ຕາງໜ້າ ອາເມລິກາ ຢູ່ ໂອມານ ໃນວັນດຽວກັນໄດ້ດຳເນີນໄປຢ່າງຕັ້ງໜ້າ, ເຖິງວ່າຍັງບໍ່ທັນໄປເຖິງຂໍ້ຕົກລົງລະອຽດໃດ.
ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ແລະ ຄະນະຜູ້ແທນ
(ພາບ: ກະຊວງການຕ່າງປະເທດ  ອີຣານ/REUTERS)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງຮອບການເຈລະຈາແບບເຊິ່ງໜ້າ 2 ຄັ້ງກັບທ່ານ Steve Witkoff, ທູດພິເສດ ອາເມລິກາ ຢູ່ນະຄອນຫຼວງ Muscat ຂອງ ໂອມານ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຕີລາຄາວ່າ ບັນດາການເຈລະຈາໄດ້ດຳເນີນໄປໃນບັນຍາກາດຕັ້ງໜ້າທີ່ສຸດ, ແມ່ນບາດກ້າວເລີ່ມຕົ້ນຢ່າງດີງາມ. 2 ຝ່າຍໄດ້ເຫັນດີສືບຕໍ່ດຳເນີນບັນດາການພົບປະໃນໄລຍະຈະມາເຖິງ. ກ່ຽວກັບເນື້ອໃນການເຈລະຈາ, ທ່ານ Abbas Araghchi ຢືນຢັນວ່າ ບັນດາການເຈລະຈາພຽງແຕ່ສຸມໃສ່ເຂົ້າບັນຫານິວເຄຼຍ, ຝ່າຍ ອີຣານ ບໍ່ເຕື້ອງເຖິງບໍ່ວ່າຫົວຂໍ້ໃດໆຕື່ມອີກ.

ທ່ານ Sayyid Badr bin Hamad Al Busaidi ລັດຖະມົນຕີການຕ່າງປະເທດ ໂອມານ, ຜູ້ສວມບົດບາດເປັນກາງໄກເກ່ຍລະຫວ່າງ 2 ຄະນະຜູ້ແທນເຈລະຈາ ກໍ່ຢືນຢັນວ່າ ບັນດາການເຈລະຈາລະຫວ່າງ ອາເມລິກາ - ອີຣານ ຢູ່ Muscat ໃນວັນທີ 06 ກຸມພາ ໄດ້ດຳເນີນໄປຢ່າງມີປະໂຫຍດ. ຝ່າຍ ອາເມລິກາ ສະແດງຄວາມຫວັງວ່າ ໃນບັນດາການເຈລະຈາຄັ້ງຕໍ່ໄປ, ຝ່າຍ ອີຣານ ຈະຍົກອອກການປະນິປະນອມກ່ຽວກັບບັນຫານິວເຄຼຍຫຼາຍພໍສົມຄວນ.

TAG
VOV/VOVworld/​​ເຈລະຈາ/ດຳ​ເນີນ​/ບັນ​ຍາ​ກາດ/​ຕັ້ງ​ໜ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ