ກຳລັງພິທັກປະຕິວັດ ອີຣານ (ພາບ: REUTERS) |
ຕອນຄ່ຳວັນທີ 28 ມັງກອນ, ໂດຍສືບຕໍ່ບັນດາການປະກາດທີ່ແຂງກະດ້າງໂຕ້ຕອບເລື່ອງອາເມລິກາ ເພີ່ມຄວາມກົດດັນດ້ານການທະຫານ, ເຈົ້າໜ້າທີ່ສັ້ນສູງ ອີຣານ ໄດ້ກ່າວເຕືອນວ່າ ບໍ່ວ່າການກະທຳເກາະຜິດໃດຂອງອາເມລິກາ ຕ້ານອີຣານ ກໍ່ໄດ້ຮັບຖືວ່າແມ່ນການປະກາດສົງຄາມ ແລະ ຈະຖືກໂຕ້ຕອບໃນທັນທີດ້ວຍບັນດາການບຸກໂຈມຕີທີ່ບໍ່ເຄີຍມີມາກ່ອນ.
ຄຳກ່າວເຕືອນຂອງທ່ານ Ali Shamkhani ທີ່ປຶກສາແຖວໜ້າຂອງ ຜູ້ນຳສູງສຸດອີຣານ Ali Khamenei ໄດ້ປະກາດໃນສື່ສັງຄົມອອນໄລດ້ວຍພາສາຊາວຢິວ ໃນຕອນຄ່ຳວັນທີ 28 ມັງກອນ. ເຈົ້າໜ້າທີ່ ອີຣານ ກ່າວທຸກການກະທຳດ້ານການທະຫານຂອງ ອາເມລິກາ ເລັ່ງໃສ່ອີຣານ ບໍ່ວ່າ ເລີ່ມມາຈາກບ່ອນໃດ ແລະ ໃນຢູ່ໃນລະດັບໃດ, ກໍ່ລ້ວນແຕ່ໄດ້ຮັບຖືວ່າແມ່ນການເລີ່ມຕົ້ນສົງຄາມ. ອີຣານ ຈະມີການໂຕ້ຕອບໃນທັນທີຢ່າງຮອບດ້ານ ແລະ ບໍ່ເຄີຍມີມາກ່ອນ, ເລັ່ງໃສ່ຜູ້ເກາະຜິດ, ເລັ່ງໃຈຫົວໃຈຂອງ Aviv (ອິດສະລາແອັນ) ແລະ ທຸກຝ່າຍທີ່ໜູນຊ່ວຍໃຫ້ການກະທຳເກາະຜິດ.




