logo

ອີ​ຣານ ຖະ​ແຫຼ​ງ​ຈະ​ໂຕ​້​ຕອບ​ຢ່າງ​ແຮງ ຖ້າ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​​ດ້ານການ​ທະ​ຫານ

2026/2/24 | 07:13:57
(VOVWORLD) - ວັນທີ 23 ກຸມພາ, ອີຣານ ຖະແຫຼງ ຈະໂຕ້ຕອບ “ຢ່າງແຮງ” ຕໍ່ບໍ່ວ່າການບຸກໂຕມຕີໃດຂອງ ອາເມລິກາ ໃນສະພາບການທີ່ທ່ານ Donadl Trump ປະທານາທິບໍດີ ໃຫ້ຮູ້ ພວມຊັ່ງຊາຄວາມສາມາດດຳເນີນບັນດາການບຸກໂຈມຕີດ້ານການທະຫານ “ຈຳກັດ” ເລັ່ງໃສ່ ອີຣານ.
ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: REUTERS)

 ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ເຕເຮຣານ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ປະຕິເສດບັນດາຂ່າວລືກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງນິວເຄຼຍຊົ່ວຄາວໃນບັນດາການເຈລະຈາທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ. ທ່ານ Baghaei  ສະແດງຄວາມຫວັງວ່າ ໃນ 2 – 3 ວັນ ຈະມາເຖິງ ສາມາດດຳເນີນ ຮອບເຈລະຈາໜຶ່ງອີກ; ພ້ອມທັງຢັ້ງຢືນ ອີຣານ ຢຶດໝັ້ນປະຕິບັຕາມເສັ້ນທາງການທູດ ແຕ່ບໍ່ໄດ້ປະລະບັນດາສິດທີ່ສອດຄ່ອງກັບກົດໝາຍຂອງຕົນ.

ກໍໃນວັນດຽວກັນ, ສະຫະພາບ ເອີຣົບ (EU) ໄດ້ຮຽກຮ້ອງມາດຕະການທາງການທູດກ່ອນທີ່ຈະດຳເນີນການເຈລະຈາ. ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU, ເນັ້ນໜັກວ່າ ພາກພື້ນ “ບໍ່ຕ້ອງການມີການປະທະກັນຄັ້ງໃໝ່ຕື່ມອີກ” ແລະ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຊອກຫາມາດຕະການທາງການທູດ.


 

TAG
VOV/VOVworld/ຂໍ້ຕົກລົງນິວເຄຼຍ/ມາດຕະການທາງການທູດ/ອີ​ຣານ/ບຸກ​ໂຈມ​ຕີ​​ດ້ານການ​ທະ​ຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ