logo

​ອີ​ຣານ ຢັ້ງ​ຢືນບໍ່​ຢາກ​ສົງ​ຄາມ​ກັບ ອາ​ເມ​ລິ​ກາ

2026/2/1 | 10:55:31
(VOVWORLD) - ອີຣານ ໄດ້ເລີ່ມສ້າງຂອບການເຈລະຈາກັບ ອາເມລິກາ ແລ້ວ ແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເຕື້ອງເຖິງເທື່ອ.

 

   ອີຣານ ຢັ້ງຢືນບໍ່ຢາກສົງຄາມກັບ ອາເມລິກາ, ສົງຄາມໄດ້ນຳມາເຊິ່ງບັນດາຜົນຮ້າຍເທົ່ານັ້ນ, ບໍ່ມີຜົນປະໂຫຍດໃຫ້ແກ່ ອີຣານ, ອາເມລິກ ກໍ່ຄືທົ່ວພາກພື້ນ. ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຖະແຫຼງຄືແນວນັ້ນ ໃນການໂອ້ລົມທາງໂທລະສັບກັບທ່ານ Abdel Fattah El Sisi ປະທານາທິບໍດີ ອີຢີບ ໃນຕອນຄ່ຳຂອງວັນທີ 31 ມັງກອນ.

 ກ່ອນໜ້ານັ້ນ 1 ວັນ, ທ່ານ ປະທານາທິບໍດີ ອີຣານ Masoud Pezeshkian ກໍ່ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງອັນຮ້າຍແຮງ ທີ່ພວມເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງ ໃນສະພາບການທີ່ການມີໜ້າດ້ານການທະຫານຫຼາຍທີ່ສຸດ ກໍ່ຄືບັນດາຄຳເວົ້າທີ່ເຕັມໄປດ້ວຍລັກສະນະນາບຂູ່ຂອງ ອາເມລິກາ.

  ກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ອີຣານ ໃນປະຈຸບັນ, ທ່ານ Ali Larijani, ເຈົ້າໜ້າທີ່ອະວຸໂສອັນດັບໜຶ່ງຂອງ ອີຣານ ໄດ້ປະກາດວ່າ: ປະເທດນີ້ ໄດ້ເລີ່ມສ້າງຂອບການເຈລະຈາກັບ ອາເມລິກາ ແລ້ວ ແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເຕື້ອງເຖິງເທື່ອ.

TAG
VOV/VOVworld/​ອີ​ຣານ ຢັ້ງ​ຢືນບໍ່​ຢາກ​ສົງ​ຄາມ​ກັບ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ