logo

ອີ​ຣານ ອາດ​ສາ​ມາດຫຼຸດ​ຜ່ອນ​ການ​ເສີມ​ທາດ ຢູ​ລາ​ນຽມ ຖ້າ​​ຄຳ​ສັ່ງ​ລົງ​ໂທດໄດ້​ຍົກ​ເລີກຢ່າງ​ສິ້ນ​ເຊີງ

2026/2/10 | 09:30:02
(VOVWORLD) - ວັນທີ 09 ກຸມພາ, ວົງການເຈົ້າໜ້າທີ່ ອີຣານ ໄດ້ສົ່ງສານແຂງກະດ້າງກ່ຽວກັບເລື່ອງ ເຕເຮຣານ ຍັງ “ຂາດຄວາມເຊື່ອໝັ້ນຢ່າງເລິກເຊິ່ງ” ຕໍ່ ອາເມລິກາ, ແຕ່ຍັງເປີດຄວາມສາມາດປະຕິປະນອມໃນບັນຫານິວເຄຼຍ ແລະ ກຽມພ້ອມຫຼຸດລະດັບເສີມທາດ ຢູລານຽມ ລົງ ຖ້າຫາກວ່າ ຄຳສັ່ງລົງໂທດທັງໝົດຖືກຍົກເລີກ. 
ຮາກຖານເສີມທາດ ຢູລານຽມ Natanz (ພາບ: AEOI)

ເມື່ອກ່າວຄຳເຫັນທີ່ການພົບປະກັບບັນດາເອກອັກຄະລັດຖະທູດ ປະຈຳ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ Abbas Araghchi ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະກັບຄືນສູ່ການເຈລະຈາ “ຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ”, ດ້ວຍເງື່ອນໄຂ ວໍຊິງຕັນ ຕ້ອງສະແດງເຈດຕະນາດີຄ້າຍຄືກັນ.ໃນຂະນະນັ້ນ, ທ່ານ Ali Khamenei  ການນຳສູງສຸດໄດ້ຮຽກຮ້ອງປະຊາຊົນໃຫ້ມີຄວາມສາມັກຄີກັນກ່ອນທີ່ດຳເນີນພິທີສະເຫຼີມສະຫຼອງການປະຕິວັດອິດສະລາມ ຄົບຮອບ 47 ປີ (1979-2026), ໃນສະພາບການຄວາມເຄັ່ງຕຶງກັບ ອາເມລິກາ ຍັງເພີ່ມຂຶ້ນ.

ໃນການຜັນແປທີ່ກ່ຽວຂ້ອງ, ທ່ານ Mohammad Eslami ຮອງປະທານາທິບໍດີ ທັງເປັນການນຳອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ ເຕເຮຣານ ອາດຈະພິຈາລະນາການຫຼຸດຜ່ອນປະລິມານ ຢູລານຽມ ທີ່ໄດ້ເສີມທາດໃນລະດັບ 60%, ເຊິ່ງເປັນລະດັບສູງກວ່າຫຼາຍເມື່ອທຽບໃສ່ເພດານ 3,67% ຕາມຂໍ້ຕົກລົງນິວເຄຼຍ ສະບັບປີ 2015, ຖ້າຫາກວ່າ ບັນດາມາດຕະການລົງໂທດສາກົນທັງໝົດ, ພິເສດແມ່ນຂອງ ອາເມລິກາ ໄດ້ຮັບການຍົກເລີກ.


 

TAG
VOV/VOVworld/ຢູລານຽມ/ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ