ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: Tatyana Makeyeva/Pool via REUTERS)
|
ຕາມທ່ານແລ້ວ, ຮ່າງເອກະສານນີ້ ພາຍຫຼັງບັນດາການນຳອີຣານ ໃຫ້ສັດຕະຍາບັນຈະໄດ້ສົ່ງໄປຍັງທ່ານ Steve Witkoff ທູດພິເສດຂອງ ປະທານາທິບໍດີ ອາເມລິກາ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ ໄດ້ກຳນົດເວລາໃຫ້ອີຣານ ຕ້ອງບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍໃນໄລຍະເວລາ ແຕ່ 10 – 15 ວັນ, ຖ້າບໍ່ບັນລຸໄດ້ ບັນດາສິ່ງທີ່ຊົ່ວຮ້າຍຢ່າງແທ້ຈິງຈະເກີດຂຶ້ນ. ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ມີການເຈລະຈາທາງໂທລະສັບສະເພາະກັບບັນດາຄູ່ຮ່ວມມືເອີລົບ ແລະ ລັດເຊຍກ່ຽວກັບບັນດາການຜັນແປຫຼ້າສຸດກ່ຽວກັບການເຈລະຈານິວເຄຼຍຄັ້ງຕ່າງໆ ລະຫວ່າງ Tehran ແລະ Washington. ໃນການເຈລະຈາທາງໂທລະສັບກັບ ຄູ່ຮ່ວມຕຳແໜ່ງທ່ານ Sergey Lavrov,ສອງຝ່າຍໄດ້ປຶກສາຫາລື ສະພາບການໃນປັດຈຸບັນ ຂອງໂຄງການນິວເຄຼຍອີຣານ, ໃນນັ້ນມີການພິຈາລະນາໝາກຜົນຂອງການພົບປະທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ທີ່ໄດ້ຈັດຂຶ້ນຢູ່ ເຊີແນວ (ສະວິດ)”.




