ອະດີດນາຍທຳມະໂລງ “Duch” ຖືກເລືອກເປັນຕົວພະຍານໃນການພິພາກສາໂທດກຳຂອງຂະແມແດງ

Vovworld- ອະດີດນາຍທຳມະໂລງຄຸກ Toul SlengS-21 ໄຕ້ລະບອບ ຂະແມແດງ Kang Kek Iev ຫຼືເອີ້ນວ່າ “ Duch ” ໄດ້ຖືກສານພິພາກສາໂທດກຳຂະແມແດງ ( ECCC) ຢູ່ກຳປູເຈຍເລືອກເປັນຕົວພະຍານຕ້ານຄືນພວກຈຳເລີຍໃນ“ກໍລະນີ 002” ຊຶ່ງລວມມີ Nuon chea, Ieng Sary ແລະ Khieu Samphan. ດ້ວຍຖານະແມ່ນຕົວພະຍານ, “Duch” ຊຶ່ງແມ່ນຈຳເລີຍທີ່ຫາກໍຖືກສານພິພາກສາໂທດກຳຂະແມແດງ ( ECCC) ຕັດສິນຈຳຄຸກຕະຫຼອດຊີວິດ ຈະຂຶ້ນສານເຮັດໃຫ້ຈະແຈ້ງກ່ຽວກັບບັນດາການເຄື່ອນໄຫວກໍຄືບັນດາການພົວພັນໃນລະບອບເກົ່າ, ບົດບາດບັນດາຈຳເລີຍຄື ຂອງ Nuon chea, Ieng Sary ແລະ Khieu Samphan ໃນໄລຍະໄຕ້ລະບອບເກົ່າ.




