ກອງປະຊຸມຄວາມໝັ້ນຄົງ Munich ສຸມໃສ່ບັນຫາການປະທະກັນຢູ່ ຢູແກຼນ (ພາບ: securityconference.org ) |
ນຳໜ້າຄະນະຜູ້ແທນ ອາເມລິກາ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich (MSC) ປີນີ້ ແມ່ນທ່ານ J.D Vance. ຮອງປະທານາທິບໍດີ ອາເມລິກາ ນອກຈາກນັ້ນແລ້ວ, ທ່ານລັດຖມົນຕີການຕ່າງປະເທດ ອາເມລິກາ Marco Rubio ແລະ ເຈົ້າໜ້າທີ່ອະວຸໂສ ອາເມລິກາ ຫຼາຍທ່ານກໍ່ມີໜ້າຢູ່ ເອີລົບ ໃນອາທິດນີ້ ເພື່ອປຶກສາຫາລືກັບບັນດາສຳພັນທະມິດ ເອີລົບ ກ່ຽວກັບຫຼາຍຫົວເລື່ອງດ້ານຄວາມໝັ້ນຄົງ.
ທ່ານເລຂາທິການໃຫ່ຍ ນາໂຕ Mark Rutte (ພາບເອກະສານ: THX/TTXVN) |
ບາດລ້ຽວໃຫ້ແກ່ການປະທະກັນຢູ່ ຢູແກຼນ
ກ່ອນທີ່ໄຂກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 61 ເປັນເວລາ 2 ວັນ, ວັນທີ 12 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດທ່ານໄດ້ໂອລົມໂທສະສັບເປັນຄັ້ງທຳອິດກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອເປີດບັນດາການເຈລະຈາກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດສະໜັບສະໜູນຄຳກ່າວປາໄສຂອງທ່ານ Pete Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃນການປະຊຸມເມື່ອວັນທີ 12 ກຸມພາ ກັບບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດກຸ່ມນາໂຕ ວ່າ ແນວຄວາມຄິດ ຢູແກຼນ ເຂົ້າເປັນສະມາຊິກ ນາໂຕ ແມ່ນ “ບໍ່ສາມາດເປັນໄປໄດ້” ພ້ອມທັງເລື່ອງ ຢູແກຼນ ຢາກສ້າງສາເຂດດິນແດນຄືກ່ອນປີ 2014 ແມ່ນ “ບໍ່ແມ່ນຕົວຈິງ”. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລິດວາ ນາງ Dovile Sakaliene, ກ່າວເຕືອນວ່າ:
ພວກເຮົາຈະຕົກເຂົ້າສູ່ຄວາມຄິດເຟີ້ຝັນທີ່ວ່າ ທ່ານ Donald Trump ແລະ ທ່ານ Vladimir Putin ຈະຊອກຫາມາດຕະການແກ້ໄຂໜຶ່ງໃຫ້ແກ່ທຸກຄົນໄດ້ ແລະ ນັ້ນແມ່ນແຮ້ວຂ້າຄົນອັນໜຶ່ງ. ຫຼືວ່າ ເອີລົບ ຕ້ອງໃຊ້ກຳລັງແຮງດ້ານເສດຖະກິດ, ການເງິນ, ການທະຫານຂອງຕົນເອງ ເພື່ອພ້ອມກັບ ອາເມລິກາ ຕັດສິນສິ່ງໃດທີ່ຈະເກີດຂຶ້ນຢູ່ ເອີລົບ ແລະ ຢູແກຼນ.
ໃນສະພາບການນີ້, ບົດກ່າວປາໄສຂອງ ທ່ານຮອງປະທານາທິບໍດີ ອາເມລິກາ J.D Vance ຢູ່ກອງປະຊຸມຄວາມໝັ້ນຄົງ Munich (MSC) ປີນີ້ ໄດ້ຮັບການລໍຄອຍເປັນພິເສດ ຂະນະທີ່ທ່ານ J.D Vance ອາດຈະສະເໜີຢ່າງຈະແຈ້ງກ່ວາ ທັດສະນະທາງການຂອງອຳນາດການປົກຄອງໃໝ່ຢູ່ ອາເມລິກາ ທີ່ມີຕໍ່ເລື່ອງການແກ້ໄຂການປະທະກັນຢູ່ ຢູແກຼນ. ຕາມທ່ານ Volodymyr Ohryzko, ອະດີດລັດຖະມົນຕີການຕ່າງປະເທດ ຢູແກຼນ ແລະ ຜູ້ອຳນວຍການສູນຄົ້ນຄ້ວາ ລັດເຊຍ, ບັນດາປະເທດ ເອີລົບ ແລະ ອຳນາດການປົກຄອງ ຢູແກຼນ ຕ້ອງໝູນໃຊ້ບັນດາການພົບປະຂັ້ນສູງຢູ່ ກອງປະຊຸມຄວາມໝັ້ນຄົງ Munich (MSC) ຢ່າງສຸດຂີດ ເພື່ອແນໃສ່ເກ້ຍກ່ອມອຳນາດການປົກຄອງ ອາເມລິກາ ສະໜັບສະໜູນບັນດາທັດສະນະຂອງ ເອີລົບ:
ປະຈຸບັນ, ອາເມລິກາ ຍັງບໍ່ທັນມີທັດສະນະສຸດທ້າຍ, ນັ້ນແມ່ນສິ່ງທີ່ຖອດຖອນມາໄດ້ຈາກທຸກສິ່ງທີ່ພວກເຮົາພວມເຫັນປະຈັກຕາ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ, ໃນຈຸດເວລານີ້, ເປົ້າໝາຍຕົ້ນຕໍທາງການພົວພັນຕ່າງປະເທດ ຢູແກຼນ ແມ່ນຕ້ອງສ້າງທັດສະນະນີ້, ຫຼືຊັດເຈນກ່ວາແມ່ນຊ່ວຍຖັນແຖວຂອງທ່ານ ສ້າງຕັ້ງທັດທະນະນີ້.
ກຳລັງກົດດັນທີ່ມີຕໍ່ ເອີລົບ
ໄປຄຽງຄູ່ກັບການປຶກສາຫາລືກ່ຽວຂ້ອງເຖິງແຜນການຢຸດຕິການປະທະກັນຢູ່ ຢູແກຼນ, ກອງປະຊຸມຄວາມໝັ້ນຄົງ Munich (MSC) ປີນີ້ ແນ່ນອນວ່າຈະເຫັນປະຈັກຕາ ການກັບຄືນທີ່ຂ້ຽວຂາດກ່ວາຂອງຫົວເລື່ອງເກົ່າ: ການໃຊ້ຈ່າຍດ້ານປ້ອງກັນຊາດຢູ່ພາຍໃນກຸ່ມ ນາໂຕ ແລະ ຄວາມຮັບຜິດຊອບດ້ານການເງິນຂອງບັນດາປະເທດສະມາຊິກກຸ່ມ ນາໂຕ. ກ່າວຄຳເຫັນເມື່ອທ້າຍເດືອນມັງກອນ ທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດ ສະວິດ, ການນຳ ນາໂຕ ຍອມຮັບວ່າ ກຸ່ມນີ້ພວມຢູ່ໃນສະພາບເກີດວິກິດການຍ້ອນບັນຫາງົບປະມານປ້ອງກັນຊາດ:
ພວກເຮົາພວມຢູ່ໃນສະພາບການວິກິດການຢ່າງແທ້ຈິງ. ທຳອິດແມ່ນຕ້ອງຈ່າຍເງິນຫຼາຍກ່ວາ, ໄວກ່ວາ. ບໍ່ແມ່ນທຸກປະເທດສະມາຊິກ ລ້ວນແຕ່ສາມາດຈ່າຍ 2% GDP ໃຫ້ແກ່ການປ້ອງກັນຊາດໄດ້, ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງສຳເລັດວຽກງານນີ້ໃນ 2, 3 ເດືອນຈະມາເຖິງ ຫາກບໍ່ສາມາດລໍຖ້າເວລາດົນກ່ວານີ້ອີກ. ຕໍ່ຈາກນັ້ນ, ພວກຂ້າພະເຈົ້າຕ້ອງຍົກລະດັບປະກອບສ່ວນ. ຕົວເລກຊັດເຈນຈະມີໃນທ້າຍປີນີ້ ແຕ່ອາດຈະສູງກ່ວາລະດັບ 2%.
ເມື່ອແບ່ງປັນທັດສະນະນີ້, ທ່ານ Christoph Heusgen, ປະທານກອງປະຊຸມຄວາມໝັ້ນຄົງ Munich (MSC) ໃຫ້ຂໍ້ສັງເກດວ່າ ເຖິງວ່າມີຄວາມເປັນໄປໄດ້ໜ້ອຍທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະຖອນທະຫານທັງໝົດທີ່ຕັ້ງຖານຢູ່ ເອີລົບ ໃນອະນາຄົດອັນໃກໆນີ້ ແຕ່ແນ່ນອນວ່າ ຜູ້ຕ້ອງເສຍພາສິຢູ່ ອາເລິກາ ຈະບໍ່ພໍໃຈ ຖ້າຫາກວ່າ ບັນດາປະເທດອື່ນໆໃນກຸ່ມ ນາໂຕ ບໍ່ປະກອບຫຼາຍກ່ວາ 3% GDP ໃຫ້ແກ່ການປ້ອງກັນຊາດ. ຍ້ອນເຫດນັ້ນ, ໃນເວລາຍາວນານ, ເອີລົບ ມີວິທີດຽວ ນັ້ນແມ່ນສ້າງກຳລັງປ້ອງກັນຄວາມໝັ້ນຄົງໃຫ້ແກ່ຕົນເອງ, ຫລຸດຜ່ອນການເອື່ອຍອີງ ອາເມລິກາ.
ນອກຈາກບັນຫາປະກອບດ້ານການເງິນໃຫ້ແກ່ ນາໂຕ, ຫົວເລື່ອງອື່ນອີກ ອາດຈະສາມາດກໍ່ໃຫ້ເກີດຄວາມບໍ່ລົງລອຍກັນລະຫວ່າງ ເອີລົບ ແລະ ອາເມລິກາ ໃນກອງປະຊຸມຄວາມໝັ້ນຄົງ Munich (MSC) ນັ້ນແມ່ນແຜນການຍືດຄອງເຂດ ກາຊາ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຂະນະທີ່ບັນດາປະເທດ ເອີລົບ ເກືອບທັງໝົດລ້ວນແຕ່ຄັດຄ້ານແຜນການນີ້ຢ່າງແຮງ. ເລື່ອງ ອາເມລິກາ ຢາກຊີ້ເກາະ Greenland ຂອງແດນມາກ ຫຼືຢາກໂຮມ ການາດາ ເຂົ້າ ກໍ່ແມ່ນບັນດາຫົວເລື່ອງອາດຈະປະສົບກັບຄວາມໂຕ້ຖຽງກັນຢູ່ Munich./.




