logo

ອາ​ຊຽນ 2020: ມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ເຂົ້​າ​ຮ່ວມ​​ໃນ​ພ​ື້ນ​ຖານ​ເສດ​ຖະ​ກິດ

2020/11/7 | 09:10:43
(VOVWORLD) -ກອງປະຊຸມສຳມະນາລວມມີ 2 ວາລະ, ວາລະທີ 1 ມີຫົວຂໍ້ “ສ້າງທ່າອ່ຽງ - ເປັນເຈົ້າພາທາງໃນການປ່ຽນແປງ - ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ ວາລະທີ 2 ດ້ວຍຫົວຂໍ້ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ມຸ່ງໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO - ວິສາຫະກິດ - ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”.
ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ - ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ - ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ” (ພາບ:  TTXVN)

ໃນຂອບເຂດເວທີປາໄສປະຊາຊົນ ອາຊຽນ 2020 ທີ່ດຳເນີນໃນຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າບໍລິຫານ ແລະ ພັດທະນາແບບຍືນຍົງ (MSD), ສູນຄົ້ນຄວ້າກ່ຽວກັບເຄືອຂ່າຍອິນເຕີແນັດ ອາຊີ ປາຊີຟີກ (APRN) ແລະ ບັນດາຄູ່ຮ່ວມມືອື່ນໆທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດຕັ້ງ ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ - ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ - ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”. ກອງປະຊຸມສຳມະນາລວມມີ 2 ວາລະ, ວາລະທີ 1 ມີຫົວຂໍ້ “ສ້າງທ່າອ່ຽງ - ເປັນເຈົ້າພາທາງໃນການປ່ຽນແປງ - ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ ວາລະທີ 2 ດ້ວຍຫົວຂໍ້ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ມຸ່ງໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO - ວິສາຫະກິດ - ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”. ທີ່ກອງປະຊຸມສຳມະນາ ບັນດາຜູ້ແທນໄດ້ປຶກສາຫາລື ແລະ ວາງອອກບັນດາມາດຕະການຍົກສູງບົດບາດ ແລະ ເພີ່ມສິດ, ກຳລັງຄວາມສາມາດຂອງແມ່ຍິງໃນຂົງເຂດເສດຖະກິດ; ຊຸກຍູ້ການສຳຜັດກັບກາລະໂອກາດຊົມໃຊ້ຜົນປະໂຫຍດທີ່ເທົ່າທຽມກັນລະຫວ່າງ ເພດຍິງ ແລະ ເພດຊາຍ ກ່ຽວກັບວຽກເຮັດງານທຳ, ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດ, ໂອກາດພັດທະນາ, ເຂົ້າຮ່ວມໃນລະບົບຕອບສະໜອງ…. ເພື່ອບັນລຸໄດ້ຄວາມວັດທະນາຖາວອນ ແລະ ພັດທະນາແບບຍືນຍົງຂອງແຕ່ລະວິສາຫະກິດ, ແຕ່ລະປະເທດ.


TAG
VOV/VOVworld/ແມ່​ຍິງ/ກຳ​ລັງ​ຄວາມ​ສາ​ມາດ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ