logo

ອາ​ຊຽນ 2020: ສ.ເກົາຫຼີ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຫາ​ເຊື້ອ Covid – 19

2020/6/17 | 09:17:33
(VOVWORLD) -ວັນທີ 16 ມິຖຸນາ, ຄະນະຜູ້ຕາງໜ້າ ສ.ເກົາຫຼີປະຈຳ ອາຊຽນໄດ້ສົມທົບກັບກຸ່ມ ຄຸ້ມຄອງໂຄງການຮ່ວມມືພັດທະນາ ອາຊຽນ - ສ.ເກົາຫຼີ ເລີ່ມປະຕິລັດໂຄງການຍົກສູງກຳລັງຄວາມສາມາດຂອງອາຊຽນໃນການຄົ້ນຫາເຊື້ອ Covid – 19 ໂດຍໄວ.

ສ.ເກົາຫຼີ ມອບໂຄງການທີ່ມີມູນຄ່າ 5 ລ້ານ USD ໃຫ້ແກ່ອາຊຽນ (ພາບ: ຄະນະເລຂາອາຊຽນ)

ທີ່ພິທີ, ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນເຊື່ອໝັ້ນວ່າ ໂຄງການນີ້ຈະກາຍເປັນແບບຢ່າງ ໃນການຮ່ວມມືລະຫວ່າງສອງຝ່າຍເພື່ອແນໃສ່ຮັບມືກັບບັນດາພະຍາດຕິດຕໍ່ຜ່ານການສົມທົບກັນລະຫວ່າງບັນດາກະຊວງສາທາລະນະສຸກ ແລະ ສູນຄວບຄຸມໂລກລະບາດ ຂອງອາຊຽນ ແລະ ສ.ເກົາຫຼິີ. ທ່ານກ່າວວ່າ:

        ນັບແຕ່ເມື່ອເກີດໂລກລະບາດ Covid 19, ການຮ່ວມມືໄດ້ສະແດງອອກໃຫ້ເຫັນຢ່າງແຮງ ໃນບັນດາປະເທດອາຊຽນ ກັບ ບັນດາຄູ່ຮ່ວມມືພາຍນອກ. ການຮ່ວມມືລະຫວ່າງ ອາຊຽນ - ສ.ເກົາຫຼີ ໃນການຮັບມືກັບໂລກລະບາດ Covid 19 ໄດ້ຮັກສາຢູ່ໃນລະດັບຊາດ ແລະ ພາກພື້ນໃນຂົງເຂດສາທາລະນະສຸກ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງຕ່າງໆ. ເລື່ອງມອບບັນດາວັດຖຸ ແລະ ອຸປະກອນການແພດຈະເພີ່ມທະວີກຳລັງຄວາມສາມາດໃນການກວດກາ, ບົ່ງມະຕິພະຍາດ ແລະ ຕິດຕາມເຝົ້າລະວັງຫຼາຍກ່ວາອີກໃນບັນດາປະເທດສະມາຊິກອາຊຽນ. ບັນດາຄຳໝັ້ນສັນຍາຂອງບັນດາການນຳ ອາຊຽນ ກັບ 3 ປະເທດຄູ່ຮ່ວມມື, ພິເສດແມ່ນ ສ.ເກົາຫຼີ ບໍ່ພຽງແຕ່ໄດ້ຮັບການປະຕິບັດໃນຂົງເຂດການເມືອງເທົ່ານັ້ນ ຫາກຍັງ ເປີດກ້ວາງອອກໄປສູ່ຂົງເຂດສະຫວັດດີການ ຂອງວົງຄະນະຍາດໃນພາກພື້ນອີກດ້ວຍ.

        ທ່ານເອກອັກຄະລັດຖະທູດເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຢັ້ງຢືນວ່າ ເລື່ອງ ສ.ເກົາຫຼີໜູນຊ່ວຍດ້ານອຸປະກອນວິໃຈຫາເຊື້ອເຄາະ ແລະ ອຸປະການກັນເຊື້ອໃຫ້ແກ່ບັນດາປະເທດສະມາຊິກອາຊຽນແນ່ນອນວ່າ ຈະຊ່ວຍສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດໃນພາກພື້ນ. ທ່ານ ເຈິ່ນດຶກບິ່ງກໍ່ຢັ້ງຢືນວ່າ ດ້ວຍຖານະບົດບາດເປັນປະທານອາຊຽນ ປີ 2020, ຫວຽດນາມຈະມານະພະຍາຍາມປະຕິບັດຂໍ້ຕົກລົງຂອງບັນດາການນຳຂັ້ນສູງ ອາຊຽນ + 3 ທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງກອງປະຊຸມ.

ເຮືອງຈາ, ນັກຂ່າວ VOV ປະຈຳອິນໂດເນເຊຍ

TAG
VOV/VOVworld/ອາ​ຊຽນ/ສ.ເກົາຫຼີ/ການ​ຄົ້ນ​ຫາ​ເຊື້ອ Covid – 19

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ