logo

ອາ​ຊຽນ - ຈີນ ຮັບ​ຮູ້​​ວ່າການ​ຄ້າ​ສອງ​ຝ່າຍ​ຍັງ​ຄົງ​ເພີ່ມ​ຂຶ້ນ​ແຮງ ໂດຍ​ບໍ່​ຫົວ​ຊ​າ​ຕໍ່​ໂລກ​ລະ​ບາດ

2020/8/28 | 11:28:34
(VOVWORLD) - ວັນທີ 27 ສິງຫາ, ບັນດາລັດຖະມົນຕີເສດຖະກິດ ຂອງພາກພື້ນ ອາຊຽນ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການຄ້າ ແລະ ການລົງທຶນສອງຝ່າຍທີ່ມີການເຕີບໂຕແຮງ ໂດຍບໍ່ຫົວຊາຕໍ່ການກະທົບຈາກໂລກລະບາດໂຄວິດ - 19. 
ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ຈີນ ຄັ້ງທີ 19 ໄດ້ຈັດຂຶ້ນທາງອອນລາຍ (ພາບ:TTXVN) 

       ຕາມຖະແຫຼງການຮ່ວມພາຍຫຼັງກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ຈີນ ຄັ້ງທີ 19 ທີ່ໄດ້ຈັດຂຶ້ນທາງອອນລາຍ, ບັນດາລັດຖະມົນຕີ ຍັງໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນເພື່ອແນໃສ່ຟື້ນຟູເສດຖະກິດ ກໍຄືຍອມຮັບບົດບາດສຳຄັນຂອງລະບົບການຄ້າຫຼາຍຝ່າຍ ທີ່ອີງໃສ່ລະບຽບກົດໝາຍ ໃນການຊຸກຍູ້ເສດຖະກິດໃຫ້ມີການຟື້ນຕົວຫຼັງໂລກລະບາດ. ບັນດາລັດຖະມົນຕີກໍສະແດງຄວາມຊົມເຊີຍຕໍ່ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືໃນຂອບເຂດສັນຍາການຄ້າເສລີ (FTA) ແລະ ຮ່ວມແຮງຮ່ວມໃຈກັນຕ້ານໂລກລະບາດໂຄວິດ - 19. ຖະແຫຼງການຮ່ວມກໍຮັບຮູ້ວ່າ ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ກວ່າໝູ່ຂອງອາຊຽນ ນັບແຕ່ປີ 2009 ເປັນຕົ້ນມາ, ໃນຂະນະທີ່ອາຊຽນເປັນຄັ້ງທຳອິດໄດ້ກາຍເປັນຄູ່ຮ່ວມມືໃຫຍ່ກວ່າໝູ່ຂອງ ຈີນ ໃນໄລຍະ 6 ເດືອນຕົ້ນປີນີ້.


TAG
VOV/VOVworld/ອາ​ຊຽນ/ຈີນ/ການ​ຄ້າ/ການ​ລົງ​ທຶນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ