|
(ພາບ: TTXVN) |
ນີ້ແມ່ນກອງປະຊຸມນັດສາມັນຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ສຳຫຼວດກວດຄືນ ແລະ ແລກປ່ຽນບັນດາມາດຕະການ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ - ນິວຊີແລນ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ນິວຊີແລນ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາໃນບັນດາຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ບຳລຸງສ້າງ, ວັດທະນະທຳ, ການພົວພັນພົບປະແລກປ່ຽນປະຊາຊົນ. ໃນໄລຍະຈະມາເຖິງ, ອາຊຽນ ແລະ ນິວຊີແລນ ຈະສຸມໃສ່ສ້າງແຜນການກະທຳໄລຍະ 2021 - 2025 ໃຫ້ສົມບູນແບບ…ນິວຊີແລນຈະສືບຕໍ່ໜູນຊ່ວຍບັນດາປະເທດອາຊຽນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີລັກສະນະໜູນຊ່ວຍກັນລະຫວ່າງບັນດາເປົ້າໝາຍຂອງວິໄສທັດ ອາຊຽນ 2025 ແລະ ໂຄງການດຳເນີນງານ ຂອງ ສປຊ ກ່ຽວກັບເປົ້າໝາຍພັດທະນາແບບຍືນຍົງ (SGGs) ຈົນຮອດປີ 2030.




