logo

ອາ​ຊຽນ​ ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​​ເຄາະ​ຮ້າຍ​ຈ​າກເຫດ​ແຜ່ນ​ດິນ​ໄຫວ, ຄື້ນຟອງຍັກຢູ່ ອິນ​ໂດ​ເນ​ເຊຍ

2020/4/18 | 08:58:58
(VOVWORLD) -ວັນທີ 16 ເມສາ, ສູນປະສານງານອາຊຽນ ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ການໜູນຊ່ວຍມະນຸດສະທຳ (AHA) ໄດ້ມອບເຮືອນ 75 ຫຼັງໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກເຫດຄື້ນຟອງຍັກຢູ່ນະຄອນ Palu ແຂວງພາກກາງ Sulawesi, ປະເທດອິນໂດເນເຊຍ. 

ພະນັກງານ ກູ້ໄພຄົ້ນຫາຜູ້ປະສົບເຄາະຮ້າຍພາຍຫຼັງເຫດແຜ່ນດິນໄຫວຢູ່ Palu ອິນໂດເນເຊຍ

(ພາບ: TTXVN) 

ກ່າວຄຳເຫັນທີ່ພິທີ ເຊິ່ງໄດ້ຈັດຕັ້ງທາງອອນລາຍ, ທ່ານນາງ Adelina Kamal ຜູ້ອຳນວຍການຝ່າຍບໍລິຫານ AHA ໃຫ້ຮູ້ວ່າ ໂຄງການໜູນຊ່ວຍໄພພິບັດທຳມະຊາດດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກ ຟີລິບປິນ ແລະ ບຣູໄນ. ໂຄງການໄດ້ສຳເລັດໃນເດືອນມີນາທີ່ຜ່ານມາພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 8 ເດືອນ ແລະ ໄດ້ຕັ້ງຊື່ວ່າ “ໝູ່ບ້ານ ອາຊຽນ”. ທ່ານ Hidayat ເຈົ້າຄອງນະຄອນ Palu ເນັ້ນໜັກວ່າ: “ໝູ່ບ້ານ ອາຊຽນ” ໄດ້ກຳເນີດເກີດຂຶ້ນແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ແກ້ໄຂຄວາມຕ້ອງການທາງດ້ານເຮືອນຢູ່ໃຫ້ປະຊາຊົນຜູ້ໂລກດີລອດມາໄດ້ຈາກເຫດໄພແຜ່ນດິນໄຫວ ແລະ ຄື້ນຟອງຍັກໃນປີ 2018

TAG
VOV/VOVworld/ອາ​ຊຽນ​/​ຜູ້​ປະ​ສົບ​​ເຄາະ​ຮ້າຍ/ເຫດ​ແຜ່ນ​ດິນ​ໄຫວ/ຄື້ນຟອງຍັກ/ອິນ​ໂດ​ເນ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ