logo

ອາ​ຊຽນ ແມ່ນ​ພາກ​ພື້ນ​ລົງ​ທຶນ​ສຳ​ຄັນ​ທີ່​ສຸດ​ຂອງ ວິ​ສາ​ຫະ​ກິດ ສ.ເກົາຫຼີ

2021/8/17 | 11:47:24
(VOVWORLD) -FKI ຊີ້ໃຫ້ເຫັນວ່າ ວຽກງານຈຳເປັນໃນປັດຈຸບັນ ຂອງ ສ.ເກົາຫຼີແມ່ນຕ້ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງ ສ.ເກົາຫຼີ ແລະ ກຳປູເຈຍ , ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫ່ວາງ ສ.ເກົາຫຼີ ແລະ ອິນໂດເນເຊຍ, ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໄປຍັງບັນດາປະເທດທີ່ໄດ້ຮັບການລົງທຶນຢ່າງແຮງໃນພາກພື້ນໂດຍໄວ
ພາບປະກອບ: TTXVN

ວັນທີ 17 ສິງຫາ, ສະຫະພັນບັນດາຂະແໜງອຸດສາຫະກຳ ສ.ເກົາຫຼີ (FKI) ໃຫ້ຮູ້ວ່າ ເຖິງວ່າຖືກຮັບບັນດາຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19, ແຕ່ການລົງທຶນມາຍັງບັນດາປະເທດສະມາຊິກ ອາຊຽນ ຍັງກວດເອົາກ່ວາ 20% ຍອດເງິນລົງທຶນໂດຍກົງໄປຍັງຕ່າງປະເທດ ຂອງ ສ.ເກົາຫຼີ. ປັດຈຸບັນ, ອາຊຽນແມ່ນພາກພື້ນລົງທຶນສຳຄັນທີ່ສຸດຂອງບັນດາວິສາຫະກິດ ສ.ເກົາຫຼີ. 

FKI ຊີ້ໃຫ້ເຫັນວ່າ ວຽກງານຈຳເປັນໃນປັດຈຸບັນ ຂອງ ສ.ເກົາຫຼີແມ່ນຕ້ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງ ສ.ເກົາຫຼີ ແລະ ກຳປູເຈຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫ່ວາງ ສ.ເກົາຫຼີ ແລະ ອິນໂດເນເຊຍ, ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໄປຍັງບັນດາປະເທດທີ່ໄດ້ຮັບການລົງທຶນຢ່າງແຮງໃນພາກພື້ນໂດຍໄວ. ໄປຄຽງຄູ່ກັນນັ້ນ, ຕາມ KFI ແລ້ວ, ລັດຖະບານ ສ.ເກົາຫຼີ ຕ້ອງຍູ້ແຮງການໜູນຊ່ວຍດ້ວຍນະໂຍບາຍ ເພື່ອເພີ່ມທະວີກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີເຂົ້າຮ່ວມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງບັນດາປະເທດ ໃນອາຊຽນ ຄື ອິນໂດເນເຊຍ ແລະ ໄທ.

TAG
VOV/VOVworld/ອາ​ຊຽນ/ສ.ເກົາຫຼີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ