logo

ອາຊຽນ ແລະ ຍີ່ປຸ່ນ ຮ່ວມມືເພື່ອຄວາມວັດທະນາຖາວອນ

2019/6/4 | 09:41:58
(VOVWORLD) - “ອາຊຽນ ແລະ ຍີ່ປຸ່ນ ຮ່ວມມືເພື່ອຄວາມວັດທະນາຖາວອນ” ແມ່ນຫົວຂໍ້ຂອງກອງປະຊຸມສົນທະນາຫົວເລື່ອງສະເພາະໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນຕອນເຊົ້າວັນທີ 04 ມິຖຸນາ ຢູ່ ຮ່າໂນ້ຍ, ພາຍໃຕ້ບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 – 2021.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ

ກອງປະຊຸມກໍ່ແມ່ນການເຄື່ອນໄຫວສຳຄັນທຳອິດໃນການຜັນຂະຫຍາຍຂໍ້ລິເລີ່ມວັນ ອາຊຽນ - ຍີ່ຢຸ່ນ ຢູ່ ຫວຽດນາມ ປີ 2019. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ເນັ້ນໜັກວ່າ:

        “ຫວຽດນາມ ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງໃຫ້ແກ່ການຮັບປະກັນບົດບາດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 2021. ຫວຽດນາມ ຈະມານະພະຍາຍາມເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງ ອາຊຽນ ກັບ ຍີ່ປຸ່ນ. ຫວຽດນາມ ປາດຖະໜາວ່າ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາປະເທດ ອາຊຽນ ແລະ ຫວຽດນາມ ພັດທະນາບັນດາຂະແໜງເຕັກໂນໂລຊີສູງ, ຂຸດຄົ້ນສັນຍາການຄ້າເສລີ ອາຊຽນ - ຍີ່ປຸ່ນ ຢ່າງມີປະສິດທິຜົນກ່ວາອີກ.

       ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ໄຂງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 45 ປີແຫ່ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ. ຮູບຖ່າຍເກືອບ 30 ແຜ່ນທີ່ໄດ້ວາງສະແດງແມ່ນບັນດາຂີດໝາຍການພັດທະນາສຳຄັນຂອງການພົວພັນລະຫວ່າງ ຍີ່ປຸ່ນ ກັບ ອາຊຽນ ກໍ່ຄືກັບແຕ່ລະປະເທດສະມາຊິກ.

TAG
VOV/VOVworld/ອາຊຽນ/ຍີ່ປຸ່ນ/ວັດທະນາຖາວອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ