logo

ອາ​ເມ​ລິ​ກາ: Fed ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ໄດ້ຄື​ເກົ່າ

2026/1/29 | 07:55:54
(VOVWORLD) - ວັນທີ 28 ມັງກອນ, ທະນາຄານກາງ ສ.ອາເມລິກາ (Fed), ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍໄດ້ຄືເກົ່າ ໃນກອງປະຊຸມນະໂຍບາຍຄັ້ງທຳອິດຂອງປີ. 
ທ່ານ Jerome Powell ປະທານ FED ກ່າວຄຳເຫັນໃນການຖະແຫຼງຂ່າວຫຼັງກອງປະຊຸມ
(ພາບ: REUTERS/Jonathan Ernst

ລະອຽດແມ່ນ, ດ້ວຍອັດຕາ ບັດເຫັນດີ 10/12 ບັດ, Fed ຮັກສາອັດຕາດອກເບ້ຍ ຢູ່ລະດັບແຕ່ 3,5% ຫາ 3,75%, ເຊິ່ງແມ່ນໝາກຜົນໄດ້ຮັບການຄາດຄະເນໃນວົງກວ້າງ ເມື່ອບັນດາເຈົ້າໜ້າທີ່ລໍຄອຍ ຂໍ້ມູນກ່ຽວກັບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຕື່ມອີກ. ໃນແຈ້ງການກ່ຽວກັບການຕັດສິນນີ້, ບັນດານັກວາງແຜນກຳນົດນະໂຍບາຍ ໃສ່ໃຈວ່າ ບັນດາການເຄື່ອນໄຫວດ້ານເສດຖະກິດ ອາເມລິກາ ພວມໄດ້ຮັບການເປີດກວ້າງດ້ວຍຄວາມໄວຢ່າງໝັ້ນແກ່ນ, ໃນຂະນະທີ່ອັດຕາຜູ້ວ່າງງານຢູ່ ອາເມລິກາ ໄດ້ສະແດງໃຫ້ເຫັນສັນຍານເປັນປົກກະຕິ.

ການກະທຳຂອງ Fed ໄດ້ດຳເນີນໃນສະພາບການອົງການນີ້ພວມຕ້ອງປະເຊີນໜ້າກັບກຳລັງກົດດັນທີ່ນັບມື້ນັບເພີ່ມຂຶ້ນ ຈາກທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງການປັບອັດຕາດອກເບ້ຍລົງ ແລະ ການຕັດສິນທີ່ຫາກໍ່ໄດ້ຍົກອອກມາອາດຈະເຮັດໃຫ້ບັນດາເຈົ້າໜ້າທີ່ Fed ສືບຕໍ່ຕົກເຂົ້າສູ່ສະພາບການສູ້ຢັນກັນກັບທ່ານ Donald Trump.

TAG
VOV/VOVworld/Fed/​ອັດ​ຕາ​ດອກ​ເບ້ຍ​/ອາ​ເມລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ