logo

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

2026/1/24 | 09:09:23
(VOVWORLD) - ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS)

ຕາມແຈ້ງການທີ່ໄດ້ເອົາລົງໃນເວັບໄຊຂອງກະຊວງການເງິນ ອາເມລິກາ, ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ. ວໍຊິງຕັນ ໃຫ້ຮູ້ວ່າ ບັນດາມາດຕະການນີ້ ແນໃສ່ເຄືອຂ່າຍຂົນສົ່ງທີ່ຖືກກ່າວຫາວ່າ ໜູນຊ່ວຍ ເຕເຮຣານ ຫຼີກລ້ຽງຄຳສັ່ງລົງໂທດ, ພິເສດແມ່ນໃນການສົ່ງອອກນ້ຳມັນດິບ.

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເພີ່ມກຳລັງກົດດັນແບບເປີດເຜີຍກັບ ອີຣານ, ພ້ອມທັງບໍ່ເວັ້ນເສຍກໍລະນີນຳໃຊ້ກຳລັງແຮງດ້ານການທະຫານ ຖ້າສະພາບການ ອີຣານ ສືບຕໍ່ປິ່ນຂັ້ນໄດ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກັບມາແຕ່ເວທີປາໄສເສດຖະກິດໂລກ ຢູ່ Davos (ສະວິດ), ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ຈັດສົ່ງກ່ຳປັ່ນສູ້ຮົບເດີນທະເລມຸ່ງໜ້າສູ່ປະເທດ ອີຣານ ເພື່ອກຽມພ້ອມໃຫ້ແກ່ກໍລະນີຊົ່ວຮ້າຍທີ່ສຸດ.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່/​ກ່ຳ​ປັ່ນ​ສູ້​ຮົບ/ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ