logo

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ

2026/2/25 | 11:32:01
(VOVWORLD) - ຕາມອົງການພາສີ ແລະ ປ້ອງກັນຊາຍແດນ ອາເມລິກາ (CBP), ນັບແຕ່ວັນທີ 24 ກຸມພາ, ອາເມລິກາ ໄດ້ຈັດວາງອັດຕາພາສີເພີ່ມເຕີມ 10% ສຳລັບທຸກປະເພດສິນຄ້າທີ່ບໍ່ນອນໃນບັນຊີລາຍຊື່ຍົກເວັ້ນ.

ໃນແຈ້ງການຢ່າງເປັນທາງການ, ອົງການພາສີ ແລະ ປ້ອງກັນຊາຍແດນຊີ້ແຈ້ງວ່າ ນອກຈາກບັນດາຜະລິດຕະພັນທີ່ໄດ້ຍົກເວັ້ນແລ້ວ, ສິນຄ້ານຳເຂົ້າຈະ “ຕ້ອງເສຍອັດຕາພາສີຕາມມູນຄ່າແມ່ນ 10%”. ແຈ້ງການດັ່ງກ່າວຢັ້ງຢືນວ່າ ລະດັບອັດຕາພາສີຕົວຈິງໄດ້ຈັດວາງແມ່ນ 10%, ແທນທີ່ 15% ຄືດັ່ງຖະແຫຼງການຫຼັງຈາກນັ້ນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

ໃນອາທິດກ່ອນ, ພາຍຫຼັງສານສູງສຸດ ອາເມລິກາ ປະຕິເສດເລື່ອງສ່ວນໃຫຍ່ລາຍການພາສີອາກອນອີງໃສ່ເຫດຜົນສະພາວະສຸກເສີນລະດັບຊາດ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ຈະຈັດວາງອັດຕາພາສີທົ່ວໂລກຊົ່ວຄາວແມ່ນ 10% ຕາມພື້ນຖານນິຕິກຳອື່ນ. ແຕ່ວ່າ, ຫຼັງຈາກນັ້ນພຽງໜຶ່ງວັນ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະຍົກລະດັບອັດຕາພາສີນີ້ຂຶ້ນເປັນ 15% ແລະ ເອົາລົງໃນສື່ສັງຄົມອອນລາຍ Truth Social  ວ່າ ເລື່ອງເພີ່ມອັດຕາພາສີຈະມີຜົນບັງຄັບໃຊ້ “ໃນທັນທີ”.

ເຖິງຢ່າງໃດກໍຕາມ, ຕາມການຢັ້ງຢືນຈາກທຳນຽບຂາວແລ້ວ, ລະດັບອັດຕາພາສີປັດຈຸບັນຍັງຄົງແມ່ນ 10%.

ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ອົງ​ການ​ພາ​ສີ​ ແລະ ປ້ອງ​ກັນ​ຊາຍ​ແດນ/ອາ​ເມ​ລິ​ກາ/ຈັດ​ວາງ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ