logo

ອາເມລິກາ ຈະສົມທົບກັນກັບ ຫວຽດນາມ ເພື່ອຮັບປະກັນປີ APEC 2027 ບັນລຸຜົນສຳເລັດ

2026/2/7 | 09:51:22
(VOVWORLD) - ເລື່ອງເປັນເຈົ້າພາບຈັດປີ APEC 2027 ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍສຳຄັນແຖວໜ້າຂອງ ຫວຽດນາມ ໃນໄລຍະຈະມາເຖິງ
(ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Allison Hooker, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ)

        ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ ເຂົ້າຮ່ວມຮອບເຈລະຈາຄັ້ງທີ 6 ສັນຍາການຄ້າສົມທົບ ຫວຽດນາມ - ອາເມລິກາ ແຕ່ວັນທີ 02 – 06 ກຸມພາ, ທ່ານນາງ ຫງວຽນມິນຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Allison Hooker, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ Casey Mace, ຫົວໜ້າເຈົ້າໜ້າທີ່ຂັ້ນສູງ APEC ອາເມລິກາ, ທ່ານ Charles Freeman, ຮອງປະທານຫ້ອງການການຄ້າ ອາເມລິກາ ແລະ ການນຳສູນແຫ່ງຊາດ ອາເມລິກາ ກ່ຽວກັບ APEC.

        ທີ່ການເຮັດວຽກກັບທ່ານຮອງລັດຖະມົນຕີການຕ່າງປະເທດ Allison Hooker, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນທິມິນຮັ່ງ ເນັ້ນໜັກວ່າ ເລື່ອງເປັນເຈົ້າພາບຈັດປີ APEC 2027 ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍສຳຄັນແຖວໜ້າຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍວຽກງານກະກຽມໃນທຸກຂົງເຂດ.

        ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ Allison Hooker ໄດ້ຕີລາຄາສູງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເລື່ອງເປັນຄັ້ງທີ 3 ທີ່ເປັນເຈົ້າພາບຈັດປີ APEC, ຮັບຮູ້ຈິດໃຈເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນວຽກງານກະກຽມໃຫ້ປີ APEC 2027; ທ່ານຢືນຢັນວ່າ ອາເມລິກາ ຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຮັບປະກັນໃຫ້ປີ APEC 2027 ບັນລຸຜົນສຳເລັດ.

TAG
VOV/VOVworld/ຮັບຮູ້/ຈິດໃຈ/ເປັນເຈົ້າການ/ຕັ້ງໜ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ