ວັນທີ 13 ພະຈິກ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດສຳເລັດຂໍ້ຕົກລົງການຄ້າກັບ Argentina, Guatemala, Ecuador ແລະ El Salvador. ບັນດາຂໍ້ຕົກລົງນີ້ ບໍ່ພຽງແຕ່ໄດ້ນຳມາເຊິ່ງຜົນປະໂຫຍດການຄ້າໃຫ້ແກ່ຝ່າຍຕ່າງໆເທົ່ານັ້ນ, ຫາກຍັງໄດ້ສ່ອງແສງລະດັບຄວາມສົນໃຈຄືນໃໝ່ຂອງອຳນາດການປົກຄອງ ອາເມລິກາ ຕໍ່ເຂດມີຜົນສະທ້ອນເກົ່າໃນສະພາບການເພີ່ມການແກ້ງແຍ້ງດ້ານພູມສາດການເມືອງໃນໂລກ.
ບັນດາຂໍ້ຕົກລົງກັບ Guatemala, El Salvador, Ecuador ແລະ Argentina ແມ່ນບັນດາຂໍ້ຕົກລົງສະບັບຫຼ້າສຸດ ຊື່ງ ອາເມລິກາໄດ້ສຳເລັດກັບບັນດາປະເທດ ອາເມລິກາກາງ-ໃຕ້ ນັບແຕ່ເມື່ອປະທານາທິບໍດີ ອາເມລິກາ Donald Trump ໄດ້ເລີ່ມປະຕິບັດນະໂຍບາຍພາສີອາກອນສົມທົບທົ່ວໂລກ ເມືອ່ເດືອນເມສາທີ່ຜ່ານມາ.
ຂໍ້ຕົກລົງແຫ່ງປະຫວັດສາດ
ໃນແຈ້ງການກ່ຽວກັບການບັນລຸໄດ້ຂໍ້ຕົກລົງກັບ Guatemala, El Salvador, Ecuador ແລະ Argentina, ທຳນຽບຂາວໃຫ້ຮູ້ວ່າ 4 ປະເທດດັ່ງກ່າວໄດ້ຕົກລົງເປີດປະຕູຕະຫຼາດໃຫ້ແກ່ບັນດາຜະລິດຕະພັນຂອງ ອາເມລິກາ. ແທນໃຫ້ນັ້ນ, ວໍຊິງຕັນ ຈະຫລຸດຢູ່ລະດັບແຕ່ 10-15% ຫຼືຍົກເວັ້ນພາສີສຳລັບສິນຄ້າຈຳນວນໜຶ່ງຂອງປະເທດນີ້. ບັນດາຂໍ້ຕົກລົງນີ້ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍຜູ້ບໍລິໂພກ ອາເມລິກາ ທີ່ພວມປະສົບກັບຄວາມຫຍູ້ງຍາກ ຫລຸດຜ່ອນຄ່າໃຊ້ຈາຍໃນການດຳເນີນຊີວິດສ່ວນໃດສ່ວນໜຶ່ງ, ພິເສດແມ່ນສຳລັບບັນດາປະເພດສິນຄ້າຄື: ກ້ວຍ, ກາເຟ, ໃນສະພາບການທີ່ລາຄາສິນຄ້ານຳເຂົ້າໄດ້ເພີ່ມຂຶ້ນສູງ.
ເລື່ອງສຳເລັດຂໍ້ຕົກລົງການຄ້າກັບ Argentina, ປະເທດມະຫາອຳນາດກະສິກຳໃນພາກພື້ນ ແມ່ນການໃຫ້ບຸລິມະສິດໜຶ່ງຂອງປະທານາທິບໍດີ ອາເມລິກາ Donald Trump ເມື່ອເດືອນຕຸລາຜ່ານມາ, ທ່ານ Donald Trump ໄດ້ຕັດສິນໃຈເພີ່ມໂຄຕານຳເຂົ້າຊີ້ນງົວຂອງ Argentina ຂຶ້ນທົບ 4 ເທົ່າເພື່ອຫລຸດຜ່ອນລາຄາທັນຍາຫານ ແລະ ພະລັງງານຢູ່ ອາເມລິກາ ພ້ອມທັງຊ່ວຍໃຫ້ທ່ານ Javier Milei, ປະທານາທິບໍດີ Argentina, ຜູ້ທີ່ທ່ານ Trump ຖືວ່າ ເປັນສຳພັນທະມິດການເມືອງທີ່ໃກ້ຊິດສະໜິດສະໜົມ. ທ່ານ Trump ໃຫ້ຮູ້ວ່າ:
ພວກຂ້າພະເຈົົ້າຢາກຊ່ວຍ Argentina ແລະ ກໍ່ແມ່ນຊ່ວຍພວກຂ້າພະເຈົ້າ, Argentina ມີບັນດາຜະລິດຕະພັນທີ່ດີທີ່ສຸດ ແລະ ພວກຂ້າພະເຈົ້າຢາກແລກປ່ຽນການຄ້າກັບເຂົາເຈົ້າຫຼາຍທີ່ສຸດ. ຫຼັງຈາກນັ້ນ ການຄ້າໄດ້ຫລຸດລົງແລ້ວ ແຕ່ປະຈຸບັນ, ພວກຂ້າພະເຈົ້າຈະຍູ້ແຮງຄືນໃໝ່, ເພື່ອຊ່ວຍເຂົາເຈົ້າ ແຕ່ກໍ່ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດ ອາເມລິກາ.
ນອກຈາກ Argentina, ຂໍ້ຕົກລົງກັບ Ecuador, ປະເທດດຽວໃນ 4 ປະເທດ ອາເມລິກາກາງ-ໃຕ້ ຫາກໍ່ໄດ້ເຊັ່ນຂໍ້ຕົກລົງບັນລຸການຄ້າສ່ວນເກີນກັບ ອາເມລິກາ ກໍ່ແມ່ນສິ່ງທີ່ໜ້າສົນໃຈ. ໃນປີ 2024, ວົງເງິນການຄ້າສິນຄ້າ ແລະ ການບໍລິການລະຫວ່າງ ອາເມລິກາ ແລະ Ecuado ບັນລຸ 90 ຕື້ USD ແລະ ຕາມຂໍ້ຕົກລົງສະບັບໃໝ່, Ecuador ບໍ່ພຽງແຕ່ໄດ້ຍຸກເລິກຫຼາຍຮົ້ວກີດຂວາງສຳລັບສິນຄ້າ ແລະ ການຄ້າດີຈີຕອນ ກັບບັນດາບໍລິສັດຂອງ ອາເມລິກາ ເທົ່ານັ້ນ, ຫາກຍັງໄດ້ເຫັນດີຈະຮ່ວມມືກັບ ອາເມລິກາ ໃນການຮັບປະກັນຄວາມໝັ້ນຄົງລົງທຶນ ແລະ ກວດກາການສົ່ງອອກອີກດ້ວຍ ຊື່ງແມ່ນແງ່ມູມຍຸດທະສາດທີ່ປະຈຸບັນ, ອາເມລິກາ ມີຄວາມສົນໃຈທີ່ສຸດ.
ສ້າງຜົນສະທ້ອນຄືນໃໝ່
ຕາມວົງການນັກສັງເກດການແລ້ວ, ເລື່ອງ ອາເມລິກາ ສຳເລັດຂໍ້ຕົກລົງການຄ້າທັງ 4 ສະບັບ ກັບບັນດາປະເທດ ອາເມລິກາ ລາຕິນ ມີຄວາມໝາຍສຳຄັນສຳລັບອຳນາດການປົກຄອງຂອງທ່ານ Donald Trump ໃນຈຸດເວລາປະຈຸບັນ, ທັງດ້ານການພົວພັນພາຍໃນ ແລະ ການພົວພັນຕ່າງປະເທດ. ກ່ຽວກັບການພົວພັນພາຍໃນປະເທດ, ບັນດາຂໍ້ຕົກລົງຫາກໍ່ບັນລຸໄດ້ ຈະຊ່ວຍຫລຸດຜ່ອນລາຄາໃນຕະຫຼາດໃຊ້ສອຍພໍສົມຄວນ ພິເສດແມ່ນບັນດາປະເພດສິນຄ້າຄື: ກາເຟ, ກາກາວ ແລະ ກ້ວຍ ຊື່ງພວມມີລາຄາເພີ່ມຂຶ້ນສູງໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຜູ້ບໍລິໂພກ ອາເມລິກາ ຫຼາຍຄົນບໍໍ່ພໍໃຈ.
ກ່ຽວກັບການພົວພັນຕ່າງປະເທດ, ການເພີ່ມທະວີການຮ່ວມມື, ແລກປ່ຽນການຄ້າກັບບັນດາປະເທດ ອາເມລິກາລາຕິນ ເປັນຂີດໝາຍຂອງບາດກ້າວເດີນຕໍ່ໄປໃນຍຸດທະສາດພິຊິດເຂດມີຜົນສະທ້ອນເກົ່າຂອງ ອາເມລິກາ ຄືນໃໝ່, ພາຍຫຼັງເວລາຫຼາຍປີຖືກປະໄວ້ໃຫ້ແກ່ບັນດາຄູ່ແຂ່ງອື່ນໆ. ໃນບັນດາຂໍ້ຕົກລົງທີ່ຫາກໍ່ເຊັນກັບ 4 ປະເທດ ອາເມລິກາກາງ-ໃຕ້, ອຳນາດການປົກຄອງຂອງທ່ານ Donald Trump ລ້ວນແຕ່ໄດ້ເຕື້ອງເຖິງການຮ່ວມມືໃນການຂຸດຄົ້ນແຮ່ທາດທີ່ຈຳເປັນ, ປັບປຸງຕ່ອງໂສ້ສະໜອງ ຫຼືວາງອອກບັນດາມາດຕະຖານລວມກ່ຽວກັບຄວາມໝັ້ນຄົງລົງທຶນ, ການກວດກາການສົ່ງອອກ… ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາວ່າ:
ຖ້າມອງເຂົ້າສະພາບການປະຈຸບັນ, ອາດເຫັນໄດ້ວ່າ ອາເມລິກາໃຕ້ ພວມມີການເຄື່ອນໄຫວ. ບັນດາປະເທດ ອາເມລິກາໃຕ້ ພວມເລີ່ມຫັນທິດໄປສູ່ ອາເມລິກາ ຢ່າງແຮງ. ເຂົາເຈົ້າພວມຫັນທິດ ແລະ ນັ້ນແມ່ນສິ່ງທີ່ໜ້າສົນໃຈ.
ພາຍຫຼັງຂໍ້ຕົກລົງກັບ Guatemala, El Salvador, Ecuador ແລະ Argentina ການໃຫ້ບຸລິມະສິດຕໍ່ໄປຂອງ ອາເມລິກາ ແມ່ນສຳເລັດຂໍ້ຕົກລົງກັບ Brazil, ພື້ນຖານເສດຖະກິດອັນດັບໜຶ່ງໃນພາກພື້ນ ອາເມລິກາລາຕິນ. ວັນທີ 13 ພະຈິກ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Mauro Vieira ລັດຖະມົນຕີການຕ່າງປະເທດ Brazil, ເພື່ອຊຸກຍູ້ການເຈລະຈາຄັ້ງຕ່າງໆໃນປະຈຸບັນລະຫວ່າງ ອາເມລິກາ ແລະ Brazil, ດ້ວຍເປົ້າໝາຍສຳເລັດຂໍ້ຕົກລົງໃນກ່ອນທ້າຍປີ 2025 ນີ້./.




