logo

ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ຂໍ້​ຈຳ​ກັດ ຕໍ່​ເຂດນານ​ຟ້າ ກາ​ຣ​ີ​ເບ

2026/1/5 | 09:25:01
(VOVWORLD) - ບໍລິສັດການບິນ  Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.

ທ່ານ Sean Duffy  ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະກາດກັບບັນດາບໍລິສັດການບິນວ່າ ບັນດາຂໍ້ຈຳກັດໃນການບິນຢູ່ເຂດນານຟ້າ ກາຣີເບ ໝົດຜົນສັກສິດຢ່າງເປັນທາງການໃນຕອນກາງຄືນວັນທີ 3 ມັງກອນ ຕາມເວລາເຂດຕາເວັນອອກ (ກົງກັບເວລາ 12 ໂມງທ່ຽງຂອງວັນທີ 4 ມັງກອນຕາມເວລາ ຫວຽດນາມ). ບໍລິສັດການບິນ  United Airlines ຊີ້ແຈ້ງວ່າຈະຂຸດຄົ້ນບັນດາຖ້ຽວບິນເກືອບທັງໝົດຕາມຕາຕະລາງ ໄປຍັງເຂດນີ້ໃນວັນທີ 4 ມັງກອນ. ບໍລິສັດການບິນ Delta Air Lines ກໍ່ຄາດຄະເນຈະປະຕິບັດຕາຕະລາງບິນປົກກະຕິຢູ່ເຂດ ກາຣີເບ ໃນວັນທີ 4 ມັງກອນ. ບໍລິສັດການບິນ American Airlines ເປີດປະຕູເຂດນານຟ້າທາງທິດ ຕາເວັນອອກ ກາຣີເບ ໃນຈຸດເວລາດຽວກັນ ແລະ ເພີ່ມບ່ອນນັ່ງ ໄປກັບເຂດນີ້ກ່ວາ 3.700 ບ່ອນນັ່ງ. ແລະ ບໍລິສັດການບິນ  Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.

TAG
VOV/VOVworld/ອາ​ເມ​ລິ​ກາ/​ເຂດນານ​ຟ້າ/ກາ​ຣ​ີ​ເບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ