logo

ອາ​ເມ​ລິ​ກາ ຖະ​ແຫຼງ​ຈະ​ຖອນ​ຕົວ​ອອກ​ຈາກ 66 ອົງ​ການ​ຈັດ​ຕັ້ງ​ສາ​ກົນ

2026/1/8 | 09:03:05
(VOVWORLD) -  ຕາມແຈ້ງການຂອງ ທຳນຽບຂາວແລ້ວ, ບັນຊີລາຍຊື່ນີ້ລວມມີ 35 ອົງການບໍ່ຂຶ້ນກັບ ສປຊ ແລະ 31 ອົງການຂອງ ສປຊ, ເຊິ່ງວໍຊິງຕັນ ຖືວ່າ ບໍ່ຮັບໃຊ້ຜົນປະໂຫຍດຂອງອາເມລິກາ ແລ້ວ. 
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ທຳນຽບຂາວ (ພາບ: REUTERS/Carlos Barria)

ວັນທີ 7 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ  ໄດ້ເຊັນລັດຖະບັນຍັດ, ຖອນອາເມລິກາ ອອກຈາກ 66 ອົງການຈັດຕັ້ງສາກົນ, ສຳນັກງານ ແລະ ຄະນະກຳມະການສາກົນ, ໃນນັ້ນມີ ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ເຊິ່ງສ້າງຂີດໝາຍບາດກ້າວຖອຍຫຼັງຢ່າງແຮງຂອງ ວໍຊິງຕັນ ອອກຈາກການຮ່ວມມືຫຼາຍຝ່າຍທົ່ວໂລກ. ຕາມແຈ້ງການຂອງ ທຳນຽບຂາວແລ້ວ, ບັນຊີລາຍຊື່ນີ້ລວມມີ 35 ອົງການບໍ່ຂຶ້ນກັບ ສປຊ ແລະ 31 ອົງການຂອງ ສປຊ, ເຊິ່ງວໍຊິງຕັນ ຖືວ່າ ບໍ່ຮັບໃຊ້ຜົນປະໂຫຍດຂອງອາເມລິກາ ແລ້ວ. ຕາມນັ້ນແລ້ວ, ອາເມລິກາ ຈະຢຸດຕິການເຂົ້າຮ່ວມ ແລະ ອຸປະຖຳໃຫ້ແກ່ບັນດາອົງການດັ່ງກ່າວ, ພາຍຫຼັງວິວັດການສຳຫຼວດກວດຄືນຢ່າງຮອບດ້ານ ບົດບາດຂອງປະເທດນີ້ ໃນລະບອບລະບຽບການສາກົນ, ໃນນັ້ນກໍ່ມີທັງບັນດາອົງການຂຶ້ນກັບ ສປຊ.

TAG
VOV/VOVworld/ອາ​ເມ​ລິ​ກາ/ອົງ​ການ​ຈັດ​ຕັ້ງ​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ