logo

ອາ​ເມ​ລິ​ກາ ຖະ​ແຫຼງ​ຈະ​ປົກ​ຄອງ ເວ​ເນ​ຊູ​ເອ​ລາ ຈົນ​ຮອດ​ເມື່ອ​ປະ​ຕິ​ບັດ​ການ​ມອບ - ຮັບ​ຢ່າງ​ປອດ​ໄພ. ຫຼາຍ​ປະ​ເທດ​ຮຽກ​ຮ້ອງ ອາ​ເມ​ລິ​ກາ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ

2026/1/4 | 10:55:59
(VOVWORLD) -  ຕອນບ່າຍວັນທີ 3 ມັງກອນ (ຕາມເວລາທ້ອງຖິ່ນ) ຢູ່ Florida, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງການກ່ຽວກັບບັ້ນຮົບການທະຫານຂອງ ອາເມລິກາ ຢູ່ ເວເນຊູເອລາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມຖະແຫຼງຂ່າວ (ພາບ: REUTERS/Jonathan Ernst)

        ຕອນບ່າຍວັນທີ 3 ມັງກອນ (ຕາມເວລາທ້ອງຖິ່ນ) ຢູ່ Florida, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງການກ່ຽວກັບບັ້ນຮົບການທະຫານຂອງ ອາເມລິກາ ຢູ່ ເວເນຊູເອລາ ແລະ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ພ້ອມດ້ວຍພັນລະຍາ ຖືກຈັບຕົວ ແລະ ປັດຈຸບັນ ພວມສົ່ງໄປຍັງ ນິວຢອກ. ຕາມ ທ່ານ Donald Trump ແລ້ວ, ທ່ານ Maduro  ແລະ ພັນລະຍາ ຈະຕ້ອງຂຶ້ນສານຢູ່ດິນແດນ ອາເມລິກາ ກ່ຽວກັບບັນດາຂໍ້ກ່າວຫາທາງອາຍາ.

        ປະທານາທິບໍດີ ອາເມລິກາ ກໍຖະແຫຼງວ່າ ອາເມລິກາ ຈະບໍລິຫານປະເທດ ເວເນຊູເອລາ ຈົນຮອດເມື່ອປະຕິບັດວິວັດການມອບ - ຮັບ ເຊິ່ງຕາມ ອາເມລິກາ ຖືວ່າ ປອດໄພ ແລະ ຖືກຕ້ອງ. ຝ່າຍ ອາເມລິກາ ກໍຖະແຫຼງວ່າ, ຈະອະນຸຍາດໃຫ້ບັນດາບໍລິສັດນ້ຳມັນອາຍແກັດຂອງປະເທດນີ້ລົງທຶນເຂົ້າ ເວເນຊູເອລາ ຢ່າງໃຫຍ່ຫຼວງ.

ປະຊາຊົນ ເວເນຊູເອລາ ແຫ່ຂະບວນປະທ້ວງ (ພາບ: REUTERS)

        ໃນຂະນະນັ້ນ, ລັດຖະບານ ເວເນຊູເອລາ ກ່າວປະນາມຢ່າງແຮງເລື່ອງ ອາເມລິກາ ດຳເນີນ “ບັ້ນບຸກໂຈມຕີການທະຫານຢ່າງຮ້າຍແຮງ” ແນໃສ່ດິນແດນ ແລະ ປະຊາຊົນປະເທດ, ໂດຍຖືວ່າ ການກະທຳດັ່ງກ່າວລະເມີດກົດບັດ ສປຊ ຢ່າງຮ້າຍແຮງ, ນາບຂູ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ. ແຈ້ງການກໍຢັ້ງຢືນເປົ້າໝາຍຂອງການບຸກໂຈມຕີ ແມ່ນການຢຶດເອົາບັນດາຊັບສິນຍຸດທະສາດຂອງ ເວເນຊູເອລາ, ພິເສດແມ່ນນ້ຳມັນ.

        ຢູ່ ອາເມລິກາ, ບັນດາບັ້ນແຫ່ຂະບວນປະທ້ວງຄັດຄ້ານ ອາເມລິກາ ປຸກລະດົມບັ້ນຕໍ່ສູ້ເລັ່ງໃສ່ ເວເນຊູເອລາ ໄດ້ເກີດຂຶ້ນຢູ່ຫຼາຍສະຫະລັດ ແລະ ນະຄອນແຫ່ງຕ່າງໆ. ຫຼາຍປະເທດ ກໍໄດ້ຕຳໜິຕິຕຽນການກະທຳຂອງ ວໍຊິງຕັນ.

TAG
VOV/VOVworld/ລັດຖະບານ ເວເນຊູເອລາ ກ່າວປະນາມ/ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro/ທ່ານ Donald Trump

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ