logo

ອາ​ເມ​ລິ​ກາ ປະ​ກາດ​ສະ​ພາບ​ສຸກ​ເສີນ ແນ​ໃສ່​​ຮັກ​ສາ​ແຫຼ່ງ​ລາຍ​ຮັ​ບ​ຈາກ​ນ້ຳ​ມັນ​ບໍ່​ຂອງ ເວ​ນີ​ຊູ​ເອ​ລາ

2026/1/11 | 13:52:21
(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ ເວນາຊູເອລາ ຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ...

  ວັນທີ 10 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດ ປະກາດສະພາບສຸກເສີນລະດັບຊາດ ແນໃສ່ “ຮັກສາແຫຼ່ງລາຍຮັບຈາກນ້ຳມັນບໍ່ຂອງ ເວນີຊູເອລາ ທີ່ກຳລັງຢູ່ໃນບັນຊີຕ່າງໆຂອງກະຊວງການເງິນ ອາເມລິກາ ອອກຈາກໄພຖືກປິດລ້ອມ ຫຼືບັນດາລະບຽບການນິຕິກຳ. ລັດຖະດຳລັດສະບັບນີ້ ຮັບປະກັນຮັກສາແຫຼ່ງກອງທຶນດັ່ງກ່າວ ເພື່ອຮັບໃຊ້ບັນດາເປົ້າໝາຍນະໂຍບາຍການຕ່າງປະເທດຂອງ ອາເມລິກາ.

  ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ ເວນາຊູເອລາ ຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ, ໃນສະພາບການບັນດາຖ້ຽວບິນສາກົນໄດ້ເຊື່ອມຕໍ່ຄືນໃໝ່ແລ້ວ. ກົມກົງສູນ ອາເມລິກາ ໃສ່ໃຈວ່າ: ປະຈຸບັນ, ປະເທດນີ້ໄດ້ຈັດວາງລະດັບເຕືອນໄພໄປມາສູງສຸດ (ລະດັບ 4-ອັນຕະລາຍທີ່ສຸດ) ສຳລັບ ເວເນຊູເອລາ.

TAG
VOV/VOVworld/ອາ​ເມ​ລິ​ກາ ປະ​ກາດ​ສະ​ພາບ​ສຸກ​ເສີນ/​ລະ​ດັບ​ເຕືອນ​ໄພ​ໄປ​ມາ​ສູງສຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ