logo

ອາ​ເມ​ລິ​ກາ ຢາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ອີ​ຣານ ພາຍ​ໃນ 1 ເດືອນ

2026/2/13 | 09:01:46
(VOVWORLD) -   ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນທີ 12 ກຸມພາ, ທ່ານ Donald Trump  ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຕ້ອງບັນລຸໄດ້ຂໍ້ຕົກລົງກັບ ອີຣານ ຖ້າບໍ່ດັ່ງນັ້ນ ຜົນຕາມມາຈະ “ຮ້າຍແຮງທີ່ສຸດ”. ທ່ານ ກໍຫວັງວ່າ ຂໍ້ຕົກລົງລະຫວ່າງສອງປະເທດອາດຈະບັນລຸໄດ້ພາຍໃນເວລາ 1 ເດືອນຈະມາເຖິງ.
ທ່ານ Donald Trump  ປະທານາທິບໍດີ ອາເມລິກາ (ພາບ: REUTERS/Jonathan Ernst)

        ຄຳເຫັນດັ່ງກ່າວໄດ້ຍົກອອກມາພາຍຫຼັງການພົບປະລະຫວ່າງທ່ານ Trump ແລະ ທ່ານ Benjamin Netanyahu  ນາຍົກລັດຖະມົນຕີ ອິດສະຣາແອັນ  ຢູ່ ວໍຊິງຕັນ. ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນ “ດີທີ່ສຸດ” ແລະ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາ ອີຣານ ກໍຄືສະພາບການຄວາມໝັ້ນຄົງຢູ່ພາກພື້ນ. ພ້ອມດຽວກັນນັ້ນ, ທ່ານ Trump ກໍໃຫ້ຮູ້ວ່າ, ທ່ານຈະຍົກອອກຄຳຕັດສິນສຸດທ້າຍກ່ຽວກັບຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ອີຣານ.

        ໃນຂະນະນັ້ນ, ທ່ານ Benjamin Netanyahu  ນາຍົກລັດຖະມົນຕີ ອິດສະຣາແອັນ   ກໍສະແດງຄວາມຫວັງຕໍ່ຂໍ້ຕົກລົງ ເຊິ່ງ ອາເມລິກາ ອາດຈະບັນລຸໄດ້ກັບ ອີຣານ, ແຕ່ກໍເນັ້ນໜັກວ່າ ອິດສະຣາແອັນ ຍັງຄົງຮັກສາຫຼັກໝັ້ນຢ່າງລະມັດລະວັງ.

ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ປະທານາທິບໍດີ ອາເມລິກາ/ຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ອີຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ