logo

ອາເມລິກາ ອອກໜັງສືອະນຸຍາດລວມຊຸກຍູ້ການສຳຫຼວດ, ຂຸດຄົ້ນນ້ຳມັນຢູ່ ເວເນຊູເອລາ

2026/2/11 | 08:58:21
(VOVWORLD) - ວັນທີ 10 ກຸມພາ, ກະຊວງການເງິນ ອາເມລິກາ ໄດ້ອອກໜັງສືອະນຸຍາດລວມ ເພື່ອສ້າງເງື່ອນໄຂໃຫ້ແກ່ການສຳຫຼວດ ແລະ ຂຸດຄົ້ນນ້ຳມັນຢູ່ ເວເນຊູເອລາ.

        ວໍຊິງຕັນ ພວມຄ່ອຍໆຜ່ອນຜັນບັນດາຄຳສັ່ງລົງໂທດຕໍ່ຂະແໜງພະລັງງານ ເວເນຊູເອລາ ນັບແຕ່ເມື່ອກຳລັງ ອາເມລິກາ ຈັບຕົວທ່ານ Nicolas Maduro, ປະທານາທິບໍດີ ເວເນຊູເອລາ ໃນຕົ້ນເດືອນ ມັງກອນ 2026. ກ່ອນໜ້ານັ້ນ, ອາເມລິກາ ໄດ້ປະກາດໃຊ້ໜັງສືອະນຸຍາດລວມ ທີ່ອະນຸຍາດການສົ່ງອອກ, ເກັບຮັກສາ, ນຳເຂົ້າ ແລະ ຄ້າຂາຍນ້ຳມັນດິບຂອງ ເວເນຊູເອລາ.

        ຕາມກະຊວງການເງິນ ອາເມລິກາ ແລ້ວ, ໜັງສືອະນຸຍາດໃໝ່ ໄດ້ອະນຸຍາດການສະໜອງສິນຄ້າ, ເຕັກໂນໂລຊີ, ຊອບແວ ແລະ ການບໍລິການຈາກ ອາເມລິກາ ໃຫ້ແກ່ບັນດາການເຄື່ອນໄຫວສຳຫຼວດ, ພັດທະນາ ແລະ ຜະລິດນ້ຳມັນຢູ່ ເວເນຊູເອລາ. ອົງການຂໍ້ມູນພະລັງງານ ອາເມລິກາ (EIA) ຄາດຄະເນວ່າ ປະລິມານນ້ຳມັນດິບຂອງ ເວເນຊູເອລາ ອາດຈະເພີ່ມຂຶ້ນເຖິງ 20% ໃນຊຸມເດືອນຈະມາເຖິງ ຖ້າຮັກສາໄດ້ເງື່ອນໄຂສະດວກ.

TAG
VOV/VOVworld/​ສຳ​ຫຼວດ/ພັດ​ທະ​ນາ/ຜະ​ລິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ