logo

ອາເມລິກາ ຮຽກຮ້ອງໃຫ້ ລັດເຊຍ ແລະ ຈີນ ເຂົ້າຮ່ວມການເຈລະຈາການຄວບຄຸມອາວຸດນິວເຄຼຍໃໝ່

2026/2/7 | 09:39:09
(VOVWORLD) - ທ່ານ Marco Rubio ຢືນຢັນວ່າ ເປັນຫຼາຍຄັ້ງແລ້ວທີ່ ທ່ານ Donald Trump, ປະທານາບໍດີ ອາເມລິກາ ໄດ້ຊີ້ແຈ້ງຫຼັກໝັ້ນທີ່ວ່າ ທຸກຂອບເຂດການຄວບຄຸມອາວຸດນິວເຄຼຍໃນສະຕະວັດທີ 21 ຕ້ອງລວມມີທັງ ລັດເຊຍ ແລະ ຈີນ.
ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ
(ພາບ: REUTERS/Kevin Mohatt)

ວັນທີ 06 ກຸມພາ, ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ລັດເຊຍ ແລະ ຈີນ ເຂົ້າຮ່ວມບັນດາການເຈລະຈາຫຼາຍຝ່າຍກ່ຽວກັບການຄວບຄຸມອາວຸດນິວເຄຼຍ, ພາຍຫຼັງສົນທິສັນຍາ New START ໝົດຜົນບັງຄັບຢ່າງເປັນທາງການ.

ຕາມທ່ານ Marco Rubio, ໃນສະພາບການຄວາມໝັ້ນຄົງທົ່ວໂລກໃນປະຈຸບັນ ຮຽກຮ້ອງຕ້ອງມີຂອບເຂດການຄວບຄຸມອາວຸດໃໝ່, ສ່ອງແສງໃຫ້ເຫັນສະພາບການຕົວຈິງທີ່ວ່າ ອາເມລິກາ ພວມປະເຊີນໜ້າບໍ່ພຽງແຕ່ກັບ ລັດເຊຍ ເທົ່ານັ້ນ ຫາກຍັງນັບທັງ ຈີນ ຄືດັ່ງບັນດາປະເທດມະຫາອຳນາດນິວເຄຼຍມີລະດັບທຽບເທົ່າກັນອີກດ້ວຍ.

ທ່ານ Marco Rubio ຢືນຢັນວ່າ ເປັນຫຼາຍຄັ້ງແລ້ວທີ່ ທ່ານ Donald Trump, ປະທານາບໍດີ ອາເມລິກາ ໄດ້ຊີ້ແຈ້ງຫຼັກໝັ້ນທີ່ວ່າ ທຸກຂອບເຂດການຄວບຄຸມອາວຸດນິວເຄຼຍໃນສະຕະວັດທີ 21 ຕ້ອງລວມມີທັງ ລັດເຊຍ ແລະ ຈີນ. ວໍຊິງຕັນ ຮຽກຮ້ອງໃຫ້ດຳເນີນບັນດາການເຈລະຈາຫຼາຍຝ່າຍກ່ຽວກັບຄວາມສະຖຽນລະພາບຍຸດທະສາດ, ບົນພື້ນຖານສະເໝີພາບ, ກະຈ່າງແຈ້ງ ແລະ ມີກົນໄກຢັ້ງຢືນພິສູດປະສິດທິຜົນໄດ້.

TAG
VOV/VOVworld/​ຄວບ​ຄຸ​ມ/​ອາ​ວຸດ/​ນິວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ