logo

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

2026/1/7 | 08:37:03
(VOVWORLD) -  ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

  ຕາມບັນດາແຫຼ່ງຂ່າວແລ້ວ, ຫຼາຍໂຮງງານກັ່ນຕອງນ້ຳມັນຂອງ ອາເມລິກາ ຢູ່ເຂດອ່າວ ເມັກຊີໂກ ມີຄວາມສາມາດບຳບັດນ້ຳມັນດິບປະເພດໜັກຂອງ ເວເນຊູເອລາ ແລະ ເຄີຍນຳເຂົ້ານ້ຳມັນປະເພດດັ່ງກ່າວ.

        ກໍໃນວັນທີ 06 ມັງກອນ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ ທ່ານ Donald Trump  ໄດ້ປະຕິເສດຂໍ້ສັງເກດຂອງນັກວິເຄາະຈຳນວນໜຶ່ງໂດຍຖືວ່າ ຈະເສຍເວລາຫຼາຍປີ ເພື່ອຟື້ນຟູປະລິມານນ້ຳມັນຂອງ ເວເນຊູເອລາ, ພ້ອມທັງຢັ້ງຢືນວ່າ ມີບັນດາມາດຕະການອາດຈະຍູ້ໄວການເຄື່ອນໄຫວຂຸດຄົ້ນຢູ່ປະເທດ ອາເມລິກາໃຕ້ ນີ້.

        ປະລິມານ ແລະ ການສົ່ງອອກນ້ຳມັນຂອງ ເວເນຊູເອລາ ໄດ້ຫຼຸດລົງຢ່າງແຮງໃນສອງທົດສະວັດຜ່ານມາ, ຈາກກວ່າ 3 ລ້ານຖັງຕໍ່ວັນ ຫຼຸດລົງຕ່ຳກວ່າ 1 ລ້ານຖັງຕໍ່ວັນ, ຍ້ອນສະພາວະຂາດແຄນການລົງທຶນໃນໄລຍະຍາວ ເຮັດໃຫ້ພື້ນຖານໂຄງລ່າງນ້ຳມັນອາຍແກັດຖືກເປ່ເພຊຸດໂຊມລົງຢ່າງຮ້າຍແຮງ.

ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ/ນ້ຳ​ມັນ​ດິບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ