logo

ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ເປັນ​ເອ​ກະ​ພາບ​ຕໍ່​ກຳ​ນົດ​ເວ​ລາ​ເພື່ອ​ໃຫ້ ຮາ​ມາດ​ສ ປົດ​ອາ​ວຸດ

2025/12/31 | 09:36:31
(VOVWORLD) - ວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີຕັ້ງກຳນົດເວລາ 2 ເດືອນເພື່ອໃຫ້ຂະບວນການ ອິດສະລາມ ຮາມາດສ ດຳເນີນການປົດອາວຸດ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ, ໃນການພົບປະຢູ່ສະໂມສອນ Mar-a-Lago, Palm Beach, Florida, ອາເມລິກາ (ພາບ: REUTERS/Jonathan Ernst)

ວັນທີ 30 ທັນວາ, ໃນການພົບປະຢູ່ເຂດພັກຜ່ອນຕາກອາກາດ Mar – a – Lago, ລັດ Florida (ອາເມລິກາ), ວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີຕັ້ງກຳນົດເວລາ 2 ເດືອນເພື່ອໃຫ້ຂະບວນການ ອິດສະລາມ ຮາມາດສ ດຳເນີນການປົດອາວຸດ.

        ໃນການພົບປະ, ການນຳສອງທ່ານກໍເຫັນດີເປັນເອກະພາບບັນດາມາດຕະການຕົວຈິງ ເພື່ອແນໃສ່ກຳນົດລະດັບການປົດອາວຸດ, ໃນນັ້ນ ມີການທຳລາຍເຄືອຂ່າຍເສັ້ນທາງອຸມົງທີ່ມີຂອບຂະໜາດໃຫຍ່ ຢູ່ໃຕ້ດິນເຂດ ກາຊາ, ເຊິ່ງເຄີຍໄດ້ຮັບຖືວ່າແມ່ນລະບົບຍຸດທະສາດຂອງ ຮາມາດສ ທີ່ຮັບໃຊ້ທັງການເຄື່ອນຍ້າຍ, ປົກປ້ອງ ແລະ ການບຸກໂຈມຕີ.

        ຄວາມມານະພະຍາຍາມວາງອອກກຳນົດເວລາປົດອາວຸດ ໄດ້ດຳເນີນໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ແກ່ຍາວ ເຮັດໃຫ້ເຂດ ກາຊາ ຖືກຜົນເສຍຫາຍຢ່າງໜັກໜ່ວງ. ອິດສະຣາແອັນ ຖືການປົດອາວຸດຂອງ ຮາມາດສ ແມ່ນມາດຕະຖານແກ່ນສານເພື່ອບັນລຸໄດ້ຄວາມໝັ້ນຄົງແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງບັນດາບັ້ນບຸກໂຈມຕີຈາກເຂດ ກາຊາ ເຂົ້າດິນແດນ ອິດສະຣາແອັນ.

TAG
VOV/VOVworld/ຮາ​ມາ​ດ​ສ/​ປົດ​ອາ​ວຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ