logo

ຮັກສາຄຸນຄ່າຄອບຄົວທີ່ເປັນມູນເຊື້ອ ໃນປະຊາຄົມຊາວຫວຽດນາມອາໄສຢູ່ເຊັກໂກ

2017/7/24 | 05:09:28
(VOVWORLD) -ສ. ເຊັກໂກ ແມ່ນແຫ່ງທີ່ມີຫຼາຍຄອບຄົວຊາວຫວຽດນາມສ້າງເສດດຖະກິດທີ່ປະສົບຜົນສຳເລັດ, ແຕ່ຍັງຄົງຮັກສາຮີດຄອງປະເພນີອັນເປັນມູນເຊື້ອຂອງຊາດ ແລະ ອວາຍໜ້າເມືອຫາກົກເຄົ້າເຫງົາກໍ. ພິເສດຢູ່ນະຄອນ ໂຊໂກລົບ, ມີຄອບຄົວຊາວຫວຽດນາມ ປະກອບດ້ວຍຫຼາຍລຸ່ນຄົນຢູ່ນຳກັນ ແມ່ນໜຶ່ງໃນຈຳນວນຄອບຄົວທີ່ເປັຍຕົວແບບນີ້
ການເຕົ້າໂຮມກັນຂອງຄອບຄົວ ອ້າຍເລວັນຖຸ້ຍ

      ອ້າຍເລວັນຖຸ້ຍ, ບ້ານເກີດຢູ່ແຂວງຫາຍເຢືອງ, ໄປສ້າງອາຊີບຢູ່ ສ. ເຊັກໂກຕັ້ງແຕ່ປີ 1995. ດ້ວຍຄວາມດຸໝັ້ນຂະຫຍັນພຽນ, ມານະອົດທົນ, ລາວໄດ້ຄ່ອຍສ້າງຊີວິດອັນເປັນປົກກະຕິ ແລະ ໄດ້ຕ້ອນຮັບພໍ່ແມ່, ອ້າຍເອື້ອຍນ້ອງມາໜູນຊ່ວຍພັດທະນາເສດຖະກິດ. ຜ່ານບັນດາໄລຍະເວລາທີ່ລຳບາກ, ອ້າຍເລວັນຖຸ້ຍ ມີຄວາມເອກອ້າງທະນົງໃຈເມື່ອຄອບຄົວຂອງຕົນຍາມໃດກໍມີສະຕິຮັກສາ ຮີດຄອງປະເພນີ, ວັດທະນະທຳອັນເປັນມູນເຊື້ອຂອງຊາວຫວຽດນາມ.

     ສຳລັບຄອບຄົວທີ່ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນນັ້ນ, ເລື່ອງຍາກກ່ວາໝູ່ແມ່ນການແກ້ໄຂຄວາມຂັດແຍ່ງກັນທີ່ເກີດຂຶ້ນໃນຊີວິດປະຈຳວັນ. ແຕ່ໃນໄລຍະດຳລົງຊີວິດຢູ່ ສ. ເຊັກໂກ ເປັນກວ່າ 20 ປີທີ່ຜ່ານມາ, ເບິ່ງຄືວ່າ ຍັງບໍ່ທັນເກີດມີຄວາມຂັດແຍ່ງໃດໆທີ່ສົ່ງຜົນສະທ້ອນເຖິງສາຍພົວພັນຂອງບັນດາລຸ່ນຄົນໃນຄອບຄົວ. ອ້າຍເລວັນຖຸ້ຍ ໃຫ້ຮູ້ວ່າ ຄວາມເຄົາລົບ ແລະ ຄວາມຮັກແພງລະຫວ່າງທຸກໆຄົນໃນຄອບຄົວແມ່ນວິທີແກ້ໄຂ ຄວາມຂັດແຍ່ງທຸກຢ່າງໃນຄອບຄົວ. ອ້າຍເລວັນຖຸ້ຍ ເວົ້າວ່າ : 

    “ ແຕ່ລະຄອບຄົວຊາວຫວຽດນາມ ກໍລ້ວນແຕ່ມີສະພາບແຕກຕ່າງກັນ, ເປັນຕົ້ນແມ່ນຄອບຄົວຂອງເຮົາມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນ, ດັ່ງນັ້ນໃນຊີວິດປະຈຳວັນ, ມັກເກີດຄວາມຂັດແຍ່ງກັນ. ແຕ່ເຖິງຢ່າງໃດກໍຕາມ, ສິ່ງທີ່ສຳຄັນ ແມ່ນທຸກໆຄົນຕ້ອງມີຄວາມເຄົາລົບຕໍ່ກັນ. ຖ້າເຮັດໄດ້ສິ່ງນີ້, ຄວາມຂັດແຍ່ງກັນຢ່າງທຸກຢ່າງຈະຖືກຫັນມາເປັນການໂຕ້ແຍ້ງກັນ ຫາກບໍ່ເປັນບັນຫາໜັກເກີນໄປ”

     ສຳລັບບັນດາຄອບຄົວທີ່ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນນັ້ນ, ສາຍພົວພັນລະຫວ່າງຜູ້ເປັນແມ່ຜົວ ແລະ ລູກໃພ້ ເຄີຍເກີດຄວາມຂັດແຍ່ງກັນ. ແຕ່ໃນຄອບຄົວຂອງອ້າຍເລວັນຖຸ້ຍ, ເລື່ອງນີ້ກໍເຄີຍເກີດຂຶ້ນເລີຍ. ນາງ ຮ່າທິແອງເຈີມ ເມຍຂອງອ້າຍຖຸຍ ໃຫ້ຮູ້ວ່າ ນາງມີຄວາມຮູ້ບຸນຄຸນຕໍ່ແມ່ຍ່າທີ່ສຸດ, ເພາະເພິ່ນແມ່ນຜູ້ໃຈດີ, ຍາມໃດກໍພ້ອມແລ້ວໃຫ້ການຫນູນຊ່ວຍລູກໃພ້ຢ່າງສຸດໃຈ. ນາງ ຮ່າທິແອງເຈີມ ເວົ້າວ່າ : 

    “ ຍາມໃດ ຂ້າພະເຈົ້າກໍນັບຖື ພໍ່ແມ່ຜົວຄືດັ່ງພໍ່ແມ່ຄີງຂອງຕົນ. ສ່ວນແມ່ເຖົ້າແມ່ນຢູ່ໄກ, ດັ່ງນັ້ນບໍ່ມີເວລາມາຊ່ວຍ. ແຕ່ແມ່ຍ່າກໍເບິ່ງແຍງລູກເຕົ້າຢ່າງສຸດໃຈ, ເມື່ອຂ້າພະເຈົ້າໄປການ, ເພິ່ນກໍປັດກວາດເຮືອນຊານຊ່ວຍລູກຫຼານ. ດັ່ງນັ້ນ ຂ້າພະເຈົ້າຮູ້ສຶກມີຄວາມອຸ່ນອຽນໃຈ ”

    ແບ່ງປັນກ່ຽວກັບເຄັດລັບຮັກສາຄວາມຜາສຸກໃນຄອບຄົວໜຶ່ງທີ່ ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນ, ປ້າ ຝ້າມທິກຸກ ປີນີ້ມີອາຍຸ 75 ປີ ເປັນແມ່ຂອງອ້າຍຖຸ້ຍ ຖືວ່າ : ບັນດາຜູ້ອາຍຸສູງໃນຄອບຄົວແມ່ນມີບົດບາດສຳຄັນ. ປ້າ ຝ້າມທິກຸກ ເວົ້າວ່າ : 

         “ ຕາມຂ້າພະເຈົ້າແລ້ວ, ຢາກຮັກສາຄອບຄົວໃຫ້ມີຄວາມສຸກ, ທຸກໆຄົນກໍເຫັນດີເຫັນພ້ອມຕໍ່ກັນນັ້ນ, ເຮົາຕ້ອງເປັນແບບຢ່າງໃຫ້ພວກລູກຫຼານເຮັດຕາມ. ຕ້ອງບອກສອນພວກຫຼານຮ່ຳຮຽນ ແລະ ຕ້ອງຮູ້ຈັກນັບຖືຜູ້ອາຍຸສູງ. ເວົ້າລວມແລ້ວ ແມ່ນບອກສອນພວກຫຼານຕ້ອງຮັກສາຮີດຄອງປະເພນີຂອງຫວຽດນາມ  ”

    ໂດຍໄດ້ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ ແລະ ໄດ້ມີຊີວິດດ້ວຍຄວາມສຸກກັບພວກລູກຫຼານໃນໄລຍະເປັນບັ້ນປາຍຂອງຊີວິດ, ແຕ່ລຸງ ເງວັນເວື້ອງ ຜູ້ເປັນພໍ່ຂອງອ້າຍຖຸ້ຍ ຍາມໃດກໍມີຄວາມຫວັງຢາກໃຫ້ພວກລູກຫຼານຕ້ອງອວາຍໜ້າເມືອຫາ ບ້ານເກີດເມືອງນອນ, ປະເທດຊາດ. ລຸງ ເວົ້າຄວາມໃນໃຈສູ່ຟັງວ່າ : 

   “ 2-3 ເດືອນ, ຂ້າພະເຈົ້າ ກໍກັບເມືອປະເທດຊາດເທື່ອໜຶ່ງ, ເພາະຢູ່ຫັ້ນ ແມ່ນບ່ອນຝັງສາຍແຮ່ ບ່ອນແຜ່ສາຍບື ທັງແມ່ນແຫ່ງທີ່ປູ່ຍ່າຕາຍ່າຍໄດ້ດຳລົງຊີວິດເປັນເວລາດົນນານ. ບໍ່ມີຫຍັງເໜືອກ່ວາ ບ້ານເກີດເມືອງນອນ, ປະເທດຊາດ, ແຫ່ງທີ່ມີຄວາມຮັກແພງຂອງໝູ່ເພື່ອນ, ບັນດາຜູ້ຄົນໃນຄອບຄົວເພື່ອນບ້ານໃກ້ຄຽງ ມີຄວາມຮັກແພງກັນແທ້.  ”

     ຄອບຄົວອ້າຍຖຸ້ຍ ແມ່ນໜຶ່ງໃນບັນດາຄອບຄົວຕົວແບບຂອງຫຼາຍໆຄອບຄົວຊາວຫວຽດນາມອື່ນໆທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເຊັກໂກ. ໃນທ່າມກາງຄວາມລຳບາກເພື່ອຫາເງິນລ້ຽງຊີບຢູ່ຕ່າງແດນ, ພ້ອມກັບການປະກອບສ່ວນເຂົ້າໃນສັງຄົມປະເທດປະຈຳຖິ່ນນັ້ນ, ເຂົາເຈົ້າຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອໃຫ້ແກ່ລຸ່ນລູກລຸ່ນຫຼານໃນອະນາຄົດ.
TAG
VOV/VOVworld/ຄອບ​ຄົວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ