(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - GCC ຈັດຂຶ້ນຢູ່ ປະເທດ ຊາອະດິ ອາຣັບບີ, ວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. ພາບ:VGP/Nhật Bắc |
ທີ່ການພົບປະ, ນາຍົກລັດຖະມົນຕີ ທັງສອງທ່ານ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ໄດ້ນຳມາເຊິ່ງປະສິດທິຜົນແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ; ຢືນຢັນພ້ອມກັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມແລະລາວ ແລະຖ່າຍທອດໃຫ້ຄົນລຸ້ນຫລັງຂອງສອງປະເທດ. ນາຍົກລັດຖະມົນຕີ ທັງສອງທ່ານ ເນັ້ນຫນັກ ສາຍພົວພັນແບບພິເສດ ຫວຽດນາມແລະລາວ ແມ່ນຊັບສົມບັດອັນລ້ຳຄ່າ ຂອງສອງພັກ,ສອງຊາດ.




