logo

ຮີດ​ຂໍ​ຕົວ​ໜັງ​ສື​ ຫວຽດ​ ເດີ​ມ ຍາມ​ຕົ້ນ​ປີ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຝາກ​ຝັງ​ຄວາມ​ຫວັງ​ໃນ​ລະ​ດູ​ບານ​ໃໝ່

2026/2/18 | 15:56:00
(VOVWORLD) - ໃນກະແສວັດທະນະທຳທີ່ເປັນມູນເຊື້ອຂອງຄົນ ຫວຽດ, ຮີດຂໍຕົວໜັງສືຫວຽດເດີມ ຍາມຕົ້ນປີ ບໍ່ພຽງແຕ່ແມ່ນຮີດຄອງປະເພນີອັນດີງາມເທົ່ານັ້ນ ຫາກຍັງເປັນສັນຍາລັກທີ່ມີຄວາມໝາຍ, ເຕົ້າໂຮມທັງສິງຍອດຍິ່ງຈາກຈິດໃຈສຶກສາຮ່ຳຮຽນ, ຫຼັກສິນທຳ ແລະ ຄວາມຄາດຫວັງມຸ່ງໄປເຖິງສິ່ງທີ່ຈົບງາມ ທີ່ໄດ້ສືບທອດກັນມາຜ່ານຫຼາຍໆລຸ້ນຄົນ.

ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. (ພາບ: VOV)

ແຕ່ດົນນານມາແລ້ວ, ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. ເພາະສະນັ້ນ, ເມື່ອລະດູບານໃໝ່ວຽນມາ, ຮີດໄປຂໍຕົວໜັງສື ຫວຽດ ເດີມ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ພູມປັນຍາ, ພ້ອມທັງຝາກຝັງຄວາມປາດຖະໜາຫຼໍ່ລ້ຽງບັນດາຄຸນຄ່າທາງດ້ານຈິດໃຈທີ່ໝັ້ນແກ່ນໃຫ້ແກ່ປີໃໝ່ ແລະ ທັງຂະບວນວິວັດຂອງຊີວິດ.

ຍາມຕົ້ນປີລູກຫຼານຈະຂໍຕົວໜັງສືກ່ຽວກັບສຸຂະພາບ ແລະ ອາຍຸໝັ້ນຂວັນຍືນ (ພາບ: VOV)

ທ່ານນາງ ຮວ່າງແອັງຢຽບ, ຮອງຫົວໜ້າສະໂມສອນສິລະປະການແຕ້ມຕົວໜັງສືເດີມ UNESCO  ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ຮີດຂໍຕົວໜັງສືໄດ້ນຳມາເຊິ່ງຄວາມມ່ວນຊື່ນ, ຄວາມສະຫງົບສຸກ ແລະ ສຸຂະພາບໃຫ້ແກ່ທຸກໆຄົນໃນຄອບຄົວ. ທີສອງແມ່ນ ພໍ່ແມ່ຢາກຂໍບັນດາຕົວໜັງສືເພື່ອຕັກເຕືອນລູກຫຼານຂອງຕົນກ່ຽວກັບໜ້າທີ່ຮ່ຳຮຽນ. ສ່ວນພວກຫຼານ ຫຼື ພໍ່ແມ່ພວກຫຼານ ຈະຂໍຕົວໜັງສືໃຫ້ແກ່ຜູ້ໃຫຍ່ ເຊັ່ນ ມີສຸຂະພາບເຂັ້ມແຂງ ແລະ ອາຍຸໝັ້ນຂວັນຍືນ”

TAG
VOV/VOVworld/ຮີດ​ຂໍ​ຕົວ​ໜັງ​ສື​ ຫວຽດ​ ເດີ​ມ ຍາມ​ຕົ້ນ​ປີ/UNESCO

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ