logo

ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງອົງການທູຕານຸທູດ ຫວຽດນາມ ແລະ ລາວ

2023/4/14 | 07:15:39
(VOVWORLD) - ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຍາມໃດກໍ່ສະໜັບສະໜູນ, ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານຄະນະກຳມະການຜູ້ປະສານງານ ອາຊຽນ ຢູ່ ເຊີແນວ ໃນປີ 2024.
ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ມາອວຍພອນຄະນະຜູ້ຕາງໜ້າ ລາວ
(ພາບ: TTXVN)

        ວັນທີ 13 ເມສາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າສາກົນ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ປະເທດ ສະວິດ, ໄດ້ມາອວຍພອນຄະນະຜູ້ຕາງໜ້າ ລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີ 2023 ຂອງ ລາວ (ພ.ສ 2566).

        ຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ຢືນຢັນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ຍາມໃດກໍ່ສະໜັບສະໜູນ, ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານຄະນະກຳມະການຜູ້ປະສານງານ ອາຊຽນ ຢູ່ ເຊີແນວ ໃນປີ 2024.

        ສ່ວນທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ເຊີແນວ ລັດສະໜີ ແກ້ວມະນີ, ໄດ້ສະແດງຄວາມຊົມເຊີຍທີ່ ຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນໃນກອງປະຊຸມຊຸດທຳອິດໃນຖານະຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2023 – 2025. ທ່ານຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນຕຳແໜ່ງເປັນສະມາຊິກສະພາສິດທິມະນຸດໃນອາຍຸການນີ້.

        ໃນວັນດຽວກັນ, ຢູ່ ອົດສະຕາລີ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ນຳໜ້າ ກໍ່ໄດ້ໄປສະຖານທູດ ລາວ ປະຈຳນະຄອນຫຼວງ Canberra ອວຍພອນບຸນປີໃໝ່ປະເພນີຂອງ ລາວ.

TAG
VOV/VOVworld/​ປີ​ໃໝ່/ພ​.ສ 2566/​ສະ​ພາ​ສິດ​ທິ​ມະ​ນຸດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ