logo

ຮັບຊົມດອກໄມ້ທີ່ເປັນເອກະລັກພິເສດປົກຄຸມໄປດ້ວຍສີເຫຼືອງຢູ່ມູມໜຶ່ງແຫຼມເກາະ ເຊີນຈ່າ

2024/4/5 | 10:52:00
(VOVWORLD) - ແຫຼມເກາະ ເຊີນຈ່າ ຢູ່ນະຄອນ ດ່ານັ້ງ ແມ່ນແຫ່ງທີ່ມີລະບົບນິເວດສັດສາວາສິ່ງນາໆຊະນິດ ແລະ ບັນດາຫາດຊາຍທະເລສວຍງາມ. ແຫ່ງນີ້ຍັງໄດ້ຮັບຖືວ່າແມ່ນ “ເຂດສີຂຽວ”, ແມ່ນ “ເພັດລ້ຳຄ່າ” ຂອງ ດ່ານັ້ງ.
ໃນຈຸດເວລາທ້າຍເດືອນ ມີນາ ແລະ ເດືອນ ເມສາ, ຢູ່ບັນດາເຂດປ່າຂອງແຫຼມເກາະ ເຊີນຈ່າ, ນະຄອນ ດ່ານັ້ງ, ດອກນົນທຣີ (ຫຼື ເອີ້ນວ່າ Yellow Flamboyant, Copperpod) ແຂ່ງກັນເບັ່ງບານ, ເຫຼືອງປົກຄຸມທົ່ວຂອບຟ້າ.
ການປະສານສົມທົບລະຫວ່າງສີສັນຂອງດອກໄມ້ຫຼາຍຊະນິດ ພ້ອມກັບໂຕຄ່າງ ຈ່າວາ ຕີນສີນ້ຳຕານ ໄດ້ສ້າງຄວາມດຶງດູດຕໍ່ປະຊາຊົນ, ແຂກທ່ອງທ່ຽວ.
ຮອດລະດູດອກເບັ່ງບານ ຜູ້ໃດກໍ່ຫຼົງໄຫຼຕໍ່ຄວາມງາມທີ່ຫາຍາກນີ້.
ຕົ້ນນົນທຣີ ພັດທະນາດີໃນຫຼາຍເງື່ອນໄຂທີ່ແຕກຕ່າງກັນ, ຄື: ເຂດແຄມທະເລ, ເຂດພູພຽງ, ເຂດພູດອຍ.
ເວລາຮັບຊົມດອກໄມ້ ແລະ ໂຕຄ່າງ ງາມທີ່ສຸດແມ່ນຕອນຮຸ່ງເຊົ້າ, ຕອນຍັງມີນ້ຳຄ້າງຢູ່.
ບັນດາໂຕຄ່າງປີນໄປມາຢູ່ຕາມຕົ້ນນົນທຣີດອກເຫຼືອງ ທີ່ພວມເບັ່ງບານ ຍາມໃດກໍ່ດຶງດູດແຂກທີ່ມາຢ້ຽມຢາມຢູ່ເຂດນີ້.
ແຕ່ລະລະດູທີ່ດອກນົນທຣີ ເບັ່ງບານ, ກໍ່ຈະມີແຂກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນມາແຫ່ງນີ້ເພື່ອຖ່າຍບັນດາພາບທີ່ສວຍງາມ.
ເມື່ອມາຊົມທິວທັດທຳມະຊາດຢູ່ແຫ່ງນີ້, ທຸກຄົນບໍ່ຄວນຖີ້ມຂີ້ເຫຍື້ອຊະຊາຍ ແລະ ນຳເອົາພຽງຈຸດຄວາມງາມສະເພາະມາໃຫ້ແກ່ຕົນ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ