logo

ຮັບຊົມດອກໄມ້ສົ່ງສັນຍານລະດູບານໃໝ່ວຽນມາຢູ່ ເຂດພູສູງ ໄຕບັກ

2024/1/14 | 08:40:00
(VOVWORLD) - ເມື່ອດອກ ປັ່ງເຕີໄຢ່ (ດອກຄາຍປ່າ) ບານສະພັ່ງ ກໍ່ແມ່ນຈຸດເວລາບັນດາໝູ່ບ້ານເຂດພູສູງ ໄຕບັກ (ໝາຍເຖິງ ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ) ເລີ່ມກ້າວເຂົ້າສູ່ລະດູບານໃໝ່. ຢູ່ຫຼາຍບ່ອນ, ປະຊາຊົນຖືວ່າດອກ ປັ່ງເຕີໄຢ່ ແມ່ນດອກໄມ້ສົ່ງສັນຍານ ລະດູບານໃໝ່ໄດ້ວຽນມາແລ້ວ.
ດອກ ປັ່ງເຕີໄຢ່ ໄດ້ຕິດພັນກັບລະດູບານໃໝ່ຢູ່ເຂດພູສູງ ໄຕບັກ, ພິເສດແມ່ນໃນຈິດສຳນຶກຂອງປະຊາຄົມຊາວເຜົ່າ ມົ້ງ ຢູ່ແຂວງ ດ້ຽນບຽນ ເວົ້າສະເພາະ, ຂອງເຂດ ໄຕບັກ ເວົ້າລວມ, ຍ້ອນເມື່ອດອກໄມ້ບານສະພັ່ງກໍ່ແມ່ນສັນຍານຂອງລະດູບານໃໝ່ໄດ້ວຽນມາແລ້ວ.
ດອກ ປັ່ງເຕີໄຢ່ ມີ 5 ກີບສີບົວຄືດອກຄາຍຢູ່ເຂດທົ່ງພຽງ.
ປັ່ງເຕີໄຢ່ ແມ່ນຕົ້ນໄມ້ທີ່ເກີດຢູ່ຕ່າມເນີນພູ. ດອກໄມ້ຈະເບັ່ງບານໃນຈຸດເວລາກ່ອນບຸນເຕັດປະມານ 2-3 ອາທິດ.
ເມື່ອດອກ ປັ່ງເຕີໄຢ່ ບານສະພັ່ງນັ້ນ, ກໍ່ແມ່ນຈຸດເວລາທີ່ຜູ້ບ່າວ, ຜູ້ສາວຊາວເຜົ່າ ມົ້ງ ຊັກຊວນກັນໄປງານບຸນ, ໄປທ່ຽວ ຕ້ອນຮັບລະດູບານໃໝ່.
ດອກໄມ້ຊະນິດນີ້ກໍ່ໄດ້ປະດັບປະດາຢູ່ນຳຊຸດອາພອນຂອງຜູ້ສາວຊາວເຜົ່າ ມົ້ງ.
ຢູ່ແຂວງ ດ້ຽນບຽນ, ຕົ້ນ ປັ່ງເຕີໄຢ່ ມີຫຼາຍຢູ່ບັນດາເຂດ, ຄື: ໄຕຈາງ (ເມືອງ ດ້ຽນບຽນ), ຢູ່ບ້ານເຂດພູສູງຂຶ້ນກັບບັນດາຕາແສງ ຊາຢຸງ, ນາຊອນ, ຟູຢີ, ແກ້ວລົມ ແລະ ບັນດາຕາແສງທາງທິດເໜືອຂອງເຂດພູພຽງຫີນ ຕົວຈົ່ວ (ເມືອງ ຕົວຈົ່ວ).
ຊາວເຜົ່າ ມົ້ງ ຢູ່ເຂດ ໄຕບັກ ນິຍົມດອກ ປັ່ງເຕີໄຢ່ ຫຼາຍ, ຍ້ອນດອກໄມ້ຊະນິດນີ້ຍັງແມ່ນສັນຍາລັກຂອງເຂດພູູຜາປ່າໄມ້ ໄຕບັກ, ມີລັກສະນະເປັນຈິດວິນຍານ, ວິຖີຊີວິດຂອງພໍ່ແມ່ປະຊາຊົນເຜົ່າ ມົ້ງ. ຊື່ຂອງດອກໄມ້ “ປັ່ງເຕີໄຢ່” ກໍ່ແມ່ນຊື່ໂດຍຊາວເຜົ່າ ມົ້ງ ຕັ້ງໃຫ້.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ