logo

ຮູບຖ່າຍກ່ຽວກັບລົດເລາະຂາຍປາປະດັບຫວຽດນາມຂອງນັກຖ່າຍຮູບອັງກິດໄດ້ຮັບລາງວັນຢູ່ອາເມລິກາ

2020/4/25 | 07:27:18

(VOVWORLD) -ຮູບຖ່າຍກ່ຽວກັບລົດເລາະຂາຍປາປະດັບທີ່ລຶ້ງເຄີຍກັບຊາວຫວຽດນາມຂອງນັກຖ່າຍຮູບອັງກິດJon Enoch ໄດ້ຮັບລາງວັນສູງສຸດໃນງານປະກວດຮູບຖ່າຍ Smithsonian Photo Contest(ອາເມລິກາ) ໃນປີ2020 ນີ້

Smithsonian Photo Contest ແມ່ນລາງວັນຮູບຖ່າຍທີ່ມີອິດທິພົນຊື່ສຽງແຖວໜ້າຂອງອາເມລິກາຖືກຈັດຂຶ້ນຢ່າງສະເໝີນັບແຕ່ປີ2003 ເປັນຕົ້ນມາ.  (ພາບ: Smithsonianmag)

ຮູບຖ່າຍກ່ຽວກັບລົດເລາະຂາຍປາປະດັບທີ່ລຶ້ງເຄີຍກັບຊາວຫວຽດນາມຂອງນັກຖ່າຍຮູບອັງກິດJon Enoch

 (ພາບ: Smithsonianmag)

ຮູບຖ່າຍກ່ຽວກັບສອງພໍ່ລູກພວມຈັບຫາປາໃນຖ້ຳຂອງນັກຖ່າຍຮູບ Natnattcha Chaturapitamorn ຂອງໄທຢູ່ຖ້ຳແຫ່ງໜຶ່ງໃນແຂວງກຽນຢາງ (ພາບ: Smithsonianmag)
ຮູບຖ່າຍກ່ຽວກັບລະດູການເກັບກູ້ດອກບົວນ້ຳຂອງນັກຖ່າຍຮູບ ຫງວຽນເຕິນຕວນຊຶ່ງໄດ້ຖ່າຍຮູບບັນດາແມ່ຍິງພວມລ້າງດອກບົວນ້ຳບົນທົ່ງນານ້ຳຖ້ວມຢູ່ມົກຮວາ, ລອງອານ (ພາບ: Smithsonianmag)
ຮູບຖ່າຍຂອງນັກຖ່າຍຮູບຫງວຽນງອກຖ້ຽນເຊິ່ງຖ່າຍຮູບກ່ຽວກັບເຮືອຫາປາພວມດຶງມອງຫາປາຢູ່ເຂດທະເລຮ່ອນອຽນທີ່ຂຶ້ນກັບແຂວງຝູອຽນ. (ພາບ: Smithsonianmag)
ຮູບຖ່າຍກ່ຽວກັບນົກເພນກວີນຂອງນັກຖ່າຍຮູບ ConorRyan ໄດ້ຮັບລາງວັນໂລກທຳມະຊາດ  (ພາບ: Smithsonianmag)
ນັກຖ່າຍຮູບYam G-Jun ໄດ້ຮັບລາງວັນກ່ຽວກັບປະເພດຮູບຖ່າຍມະນຸດດ້ວຍຮູບຖ່າຍງານດອງຂອງຊາວ Dungan. ເຈົ້າສາວອາຍຸ 20 ປີຢູ່ Milyanfan (ປະເທດ ກືກືດສະຖານ) ຖືກຄຸມຫົວດ້ວຍ ຜ້າກ່ອນທີ່ຈະອອກເຮືອນເຈົ້າບາວ.  (ພາບ: Smithsonianmag)

TAG
VOV/VOVworld/ຮູບຖ່າຍ/ປາປະດັບ/ຫວຽດນາມ/ອາເມລິກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ