logo

ຮັບ​ປະ​ກັນ​ບຸ​ລິ​ມະ​ສິດ​ລົງ​ທຶນ​ໃຫ້​ແກ່​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເຂດ​ພໍ່​ແມ່ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

2025/12/30 | 11:23:16
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ສຳຫຼວດກວດກາບັນດາໂຄງການທີ່ຍັງຄົງຄ້າງ, ສະເໜີມາດຕະການແກ້ໄຂ; ສົ່ງເສີມການແກ້ໄຂຜົນຮ້າຍຢ້ອນຫຼັງຕາມບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ; ຫຼີກລ້ຽງການເສຍຫາຍ, ສິ້ນເປືອງຊັບພະຍາກອນທີ່ດິນຂອງລັດ, ປະຊາຊົນ, ວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

"ຮັບປະກັນບຸລິມະສິດລົງທຶນໃຫ້ແກ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ". ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກ ໃນກອງປະຊຸມເຊື່ອມຊຶມຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂສິ່ງຄົງຄ້າງສຳລັບບັນດາໂຄງການ, ເນື້ອທີ່ດິນ ແລະ ໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເສດຖະກິດສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຊິ່ງໄດ້ດຳເນີນໃນວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ສຳຫຼວດກວດກາບັນດາໂຄງການທີ່ຍັງຄົງຄ້າງ, ສະເໜີມາດຕະການແກ້ໄຂ; ສົ່ງເສີມການແກ້ໄຂຜົນຮ້າຍຢ້ອນຫຼັງຕາມບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ; ຫຼີກລ້ຽງການເສຍຫາຍ, ສິ້ນເປືອງຊັບພະຍາກອນທີ່ດິນຂອງລັດ, ປະຊາຊົນ, ວິສາຫະກິດ. ຜ່ານນັ້ນ, ຮັບປະກັນລັກສະນະເປັນລະບຽບວິໄນ, ຄວາມເຂັ້ມງວດຂອງກົດໝາຍ; ຢັ້ງຢືນກຳລັງຄວາມສາມາດຂອງອຳນາດການປົກຄອງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ; ປຸກລຸກ ແລະ ລະດົມທຸກແຫຼ່ງກຳລັງສັງຄົມເຂົ້າຮ່ວມການລົງທຶນ ແລະ ພັດທະນາ.


TAG
VOV/VOVworld/ແກ້ໄຂສິ່ງຄົງຄ້າງ/​ບຸ​ລິ​ມະ​ສິດ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ