ພາບປະກອບ: taichinh.vn |
ກອງປະຊຸມທີ່ດຳເນີນໃນວັນທີ 28 ກຸມພາ 2025, ພາຍຫຼັງລັດຖະບານລາຍງານກ່ຽວກັບຄວາມສາມາດໃນການຮັກສາຄວາມດູ່ນດຽງດ້ານການເງິນຍ້ອນການປັບປຸງກົງຈັກໃຫ້ກະທັດລັດລົງ, ກົມການເມືອງໄດ້ຕົກລົງປະຕິບັດການຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທຸກຄົນຂອງໂຮງຮຽນພາກລັດ ເລີ່ມຈາກຂັ້ນອະນຸບານຈົນຮອດຂັ້ນມັດຖະຍົມຕອນປາຍໃນທົ່ວປະເທດ.
ຕາມການສະຖະຕິຂອງກະຊວງສຶກສາ ແລະ ບຳລຸງສ້າງ, ນະໂຍບາຍນີ້ຈະມີຜົນກະທົບຕໍ່ນັກຮຽນກ່ວາ 23 ລ້ານຄົນນັບແຕ່ຂັ້ນອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ (ບໍ່ລວມມີ ນັກຮຽນຢູ່ບັນດາສູນສຶກສາວິຊາຊີບ ແລະ ສຶກສາປະຈຳ). ເພື່ອປະຕິບັດການຍົກເວັ້ນຄ່າຮຽນ, ງົບປະມານແຫ່ງລັດຕ້ອງຈັດສັນເງິນເປັນຈຳນວນ 30.000 ຕື້ ດົ່ງຕໍ່ປີ (ປະມານ 1,26 ຕື USD).
ຮັບປະກັນສິດເຂົ້າເຖິງການສຶກສາໃຫ້ແກ່ເດັກນ້ອຍທຸກຄົນ
ບົດລາຍງານສະຫຼຸບການສຶກສາຫວຽດນາມ ປີ 2022 ໂດຍກອງທຶນອະນຸຊົນ ສປຊ (UNICEF) ປະກາດສະແດງໃຫ້ເຫັນ ເດັກນ້ອຍ ຫວຽດນາມ ມີສ່ວນໜຶ່ງຍັງບໍ່ທັນສຳເລັດລະດັບການຮຽນ, ໃນນັ້ນ ສາຍເຫດຫຼັກແຫຼ່ງແມ່ນຍ້ອນເງື່ອນໄຂດ້ານເສດຖະກິດຄອບຄົວປະສົບກັບຄວາມຫຍຸ້ງຍາກ. ດັ່ງນັ້ນ, ການຍົກເວັ້ນຄ່າຮຽນຈະຊ່ວຍຫຼຸດຜ່ອນສະພາບການນີ້, ສ້າງໂອກາດຮ່ຳຮຽນທີ່ມີຄວາມສະເໝີພາບໃຫ້ແກ່ນັກຮຽນທຸກຄົນ. ນະໂຍບາຍພິເສດນີ້ ມີຜົນປະໂຫຍດໃຫ້ແກ່ເດັກ ຢູ່ເຂດຫ່າງໄກສອກຫຼີກ ແລະ ບັນດາຄອບຄົວທີ່ມີລາຍຮັບຕ່ຳ, ເຊິ່ງແມ່ນສະຖານທີ່ເດັກ ບໍ່ໄດ້ໄປຮຽນສູງກ່ວາຫຼາຍເມື່ອທຽບໃສ່ກັບເຂດຕົວເມືອງ. ການສະຖິຕິສະແດງໃຫ້ເຫັນວ່າ, ອັດຕາເດັກນ້ອຍບໍ່ໄປໂຮງຮຽນຢູ່ບັນດາເຂດຊົນເຜົ່າສ່ວນໜ້ອຍຄື: ຂະແມ, ມົ້ງ ແລະ ຊົນເຜົ່າຈຳນວນໜຶ່ງທີ່ມີປະຊາກອນຕ່ຳກ່ວາ 1 ລ້ານຄົນສູງກ່ວາທົບ 4 – 7 ເທົ່າເມື່ອທຽບໃສ່ກັບຊົນເຜົ່າ: ກິງ ຮວາ, ໄຕ, ໄທ, ເມືອງ, ນຸ່ງ. ທ່ານນາງ ນົງທິຫວູຍ, ຫົວໜ້າອຳນວຍການໂຮງຮຽນປະຖົມເຄິ່ງກິນນອນຊົນເຜົ່າ ຕາແສງ ກຽນມົກ (ຕາແສງເຂດຊາຍແດນ), ເມືອງດິ່ງເລິບ, ແຂວງລ້າງເຊີນ ໃຫ້ຮູ້ວ່າ:
ຂ້າພະເຈົ້າເອງກໍ່ເຫັນວ່າ ການຍົກເວັ້ນຄ່າຮຽນໄດ້ປະກອບສ່ວນທີ່ຍິ່ງໃຫຍ່ເຂົ້າໃນພາລະກິດແຫ່ງການສຶກສາ. ສຳລັບບັນດາສະຖານທີ່ທີ່ປະສົບກັບຄວາມຫຍຸ້ງຍາກ ນະໂຍບາບນີ້ແມ່ນດີທີ່ສຸດ ແລະ ເໝາະສົມ, ສ້າງເງື່ອນໄຂໃຫ້ແກ່ພວກນ້ອງນັກຮຽນຈະມາໂຮງຮຽນຢ່າງຄົບຖ້ວນ. ພໍ່ແມ່ນັກຮຽນບໍ່ໄດ້ຈ່າຍຄ່າຮຽນ. ສຳລັບແຂວງ ລ້າງເຊີນ, ນະໂຍບາຍນີ້ມີຄວາມໝາຍທີ່ສຸດ, ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ.
ເມື່ອບໍ່ຕ້ອງຈ່າຍຄ່າຮຽນ, ພໍ່ແມ່ນັກຮຽນອາດສາມາດສະຫງວນແຫຼ່ງກຳລັງໃຫ້ຫຼາຍກ່ວາອີກເພື່ອລົງທຶນເຂົ້າ ຄວາມຕ້ອງການດ້ານການສຶກສາຕ່າງໆຄື: ປຶ້ມ, ວັດຖຸການຮຽນ, ຫຼັກສຸດບຳລຸງສ້າງ ແລະ ພັດທະນາທັກສະໃຫ້ແກ່ພວກນ້ອງນ້ອຍ, ຈາກນັ້ນຍົກສູງຄຸນນະພາບໃນການຮ່ຳຮຽນ ແລະ ຊຸກຍູ້ການພັດທະນາຢ່າງຮອບດ້ານຂອງເດັກ. ທ່ານ ນົງວັນຮ່ວານ, ຢູ່ເມືອງ ເຈີເມີຍ, ແຂວງ ບັກກ້ານ ສະແດງວ່າ:
ເຖິງວ່າຢູ່ເທດສະບານ ຫຼືຢູ່ໃຈກາງຕາແສງ ພໍ່ແມ່ປະຊາຊົນພວກຂ້າພະເຈົ້າມີລາຍຮັບຕົ້ນຕໍ່ຈາກການເຮັດໄຮ່ນາ ຕາມລະດູການເທົ່ານັ້ນ, ກໍ່ສາມາດລ້ຽງລູກ 3 ຄົນໄປຮຽນໂດຍພື້ນຖານ. ພັກ, ລັດ ຍົກເວັ້ນຄ່າຮຽນໃຫ້ແກ່ປະຊາຊົນເຂດພູສູງ ແມ່ນດີຫຼາຍ. ພໍ່ແມ່ປະຊາຊົນ ຈະຫຼຸດຜ່ອນກຳລັງດັນດ້ານເສດຖະກິດ ເພື່ອສາມາດເບິ່ງແຍງລູກໄດ້ດີກ່ວາເກົ່າ.
ເລື່ອງຍົກວັ້ນຄ່າຮຽນຈົນຮອດຂັ້ນມັດຖະຍົມຕອນປາຍກໍ່ຈະສ້າງເງື່ອນໄຂໃຫ້ແກ່ນັກຮຽນມີເງື່ອນໄຂເຂົ້າມະຫາວິທະຍາໄລ ຫຼືເຊື່ອມຕົວເຂົ້າກັບຕະຫຼາດແຮງງານທີ່ມີສີມືດີ. ເປັນຕົ້ນແມ່ນໃນສະພາບການສັງຄົມມີການພັດທະນາຮຽກຮ້ອງແຮງງານຕ້ອງມີລະດັບສູງ, ນັບທັງໃນຂົງເຂດກະສິກຳ.
ປະກອບສ່ວນສ້າງສັງຄົມກ້າວໜ້າ ແລະ ພັດທະນາແບບຍືນຍົງ
ນະໂຍບາຍຍົກເວັ້ນຄ່າຮຽນຂອງນັກຮຽນແຕ່ຂັ້ນ ປະຖົມ ຈົນຮອດຂັ້ນມັດທະຍົມຕອນປາຍ ຂອງໂຮງຮຽນພາກລັດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫດຍໂດຍກົງໃຫ້ແກ່ນັກຮຽນ ແລະ ຄອບຄົວເທົ່ານັ້ນ ຫາກຍັງປະກອບສ່ວນສ້າງສັງຄົມທີ່ກ້າວໜ້າ ແລະ ພັດທະນາແບບຍືນຍົງອີກດ້ວຍ.
ນະໂຍບາຍນີ້ມຸ່ງໄປເຖິງພື້ນຖານການສຶກສາທີ່ມີຄວາມສະໝີພາບ ເຊິ່ງແມ່ນສະຖານທີ່ນັກຮຽນທຸກຄົນ, ໂດຍບໍ່ຫົວຊາຕໍ່ສະພາບການເສດຖະກິດຄອບຄົວ, ລ້ວນແຕ່ມີໂອກາດເຂົ້າເຖິງກັບການສຶກສາທີ່ມີຄຸນນະພາບ. ເລື່ອງຍົກເວັ້ນຄ່າຮຽນຊ່ວຍເພີ່ມອັດຕາເດັກ ໄປໂຮງຮຽນ, ພິເສດແມ່ນເຂດປະສົບກັບຄວາມຫຍຸ້ງຍາກ, ພ້ອມທັງຍົກສູງຄວາມສະເໝີພາບການສຶກສາລວມຂອງທົ່ວປະເທດ. ສິ່ງນີ້ປະກອບສວ່ນລົບລ້າງໄລຍະຫ່າງໃນການສຶກສາລະຫວ່າງເຂດ. ນອກຈາກນັ້ນ, ສິ່ງນີ້ຍັງມີຄວາມໝາຍຍາວນານແມ່ນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບການຮຽນ.
ແຜນນະໂຍບາຍຍົກເວັ້ນຄ່າຮຽນຍັງສະແດງໃຫ້ເຫັນລັກສະນະດີເລີດຂອງລະບົບນະໂຍບາຍພາກລັດ ແລະ ສະຫວັດດີການສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ຕໍ່ພັກ ແລະ ລັດ. ນີ້ກໍ່ແມ່ນບາດກ້າວສຳຄັນໃນການປະຕິບັດຫັນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສປຊ ໃຫ້ປະກົດຜົນເປັນຈິງ, ພິເສດແມ່ນເປົ້າໝາຍກ່ຽວກັບການສຶກສາ ແລະ ຫຼຸດຜ່ອນຄວາມສະເໝີພາບ.
ການສ້າງສັງຄົມຮ່ຳຮຽນ, ພ້ອມກັບບັນດາມາດຕະການຍົກລະດັບຍຸດທະສາດ, ໃນນັ້ນມີການບໍ່ເກັບຄ່າຮຽນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພັກ, ລັດຕໍ່ການເບິ່ງແຍງດການຮ່ຳຮຽນຂອງລຸ້ນຄົນໃນອະນາຄົດຂອງປະເທດຊາດ. ດ້ວຍນະໂຍບາຍນີ້ ອາດສາມາດເຫັນໄດ້ວ່າພັກ ແລະ ລັດ ໄດ້ມີຄວາມມານະພະຍາຍາມເອົາໃຈໃສ່ຕໍ່ການສຶກສາ, ຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ…




